ບັນດາສວນຜັກຂຽວໄດ້ຮັບການບົວລະບັດຢ່າງລະອຽດ. ພາບ: ຕ໋ຽນດີ້ງ
ຕົ້ນໄມ້ສີຂຽວແຕ່ລະຕົ້ນຢູ່ເກາະທີ່ເຕັມໄປດ້ວຍຢາດເຫື່ອຂອງບັນດາພະນັກງານ, ນັກຮົບຢູ່ທີ່ນີ້. ພາບ: ຕ໋ຽນດີ້ງ
ເວລາພັກຜ່ອນຂອງນັກຮົບຢູ່ເກາະ ນຸ່ຍແລ. ພາບ: ຕ໋ຽນດີ້ງ
ລ້ຽງສັດ ແລະຫາປາ ເພື່ອປັບປຸງຊີວິດການເປັນຢູ່ຂອງທະຫານ. ພາບ: ຕ໋ຽນດີ້ງ
ອ່ານປື້ມ ແລະໜັງສືພິມນໍາມາເຊິ່ງຄວາມເບີກບານມ່ວນຊື່ນ ແລະຄວາມຮູ້ໃຫ້ແກ່ພະນັກງານ, ນັກຮົບຢູ່ເກາະຕ່າງໆ. ພາບ: ຕ໋ຽນດີ້ງ
ຕັດຜົມໃຫ້ກັນ. ພາບ: ຕ໋ຽນດີ້ງ
ນໍ້າໃຈເພື່ອນມິດສະຫາຍ. ພາບ: ຕ໋ຽນດີ້ງ
ນັກຮົບຢູ່ເກາະ ນຸ່ຍແລ ກັບຄວາມເບີກບານມ່ວນຊື່ນເມື່ອໄດ້ຮັບຈົດໝາຍຈາກຄອບຄົວ. ພາບ: ຕ໋ຽນດີ້ງ
ອອກກໍາລັງກາຍເພື່ອຍົກສູງສຸຂະພາບຢູ່ເກາະຟານວີງ. ພາບ: ຕ໋ຽນດີ້ງ
ທ່າມກາງແສງແດດທີ່ຮ້າຍແຮງ, ຕົ້ນໄມ້ຍັງປົ່ງໜໍ່ແຕກຈາວບືນຕົວຂຶ້ນຢ່າງແຮງ. ພາບ: ຕ໋ຽນດີ້ງ
ກປ.ອອນໄລ - ເຖິງວ່າອາກາດຮ້າຍແຮງ ແລະເງື່ອນໄຂດໍາລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ພະນັກງານ, ນັກຮົບຢູ່ບັນດາເກາະຂຶ້ນກັບໝູ່ເກາະເຈື່ອງຊາ, ເມືອງເຈື່ອງຊາ (ແຂວງ ແຄ໋ງຮວ່າ) ຍາມໃດກໍ່ມີເຈດຈໍານົງ, ແນວຄິດຢ່າງໝັ້ນຄົງ, ອຸ່ນອ່ຽນໃຈປະຕິບັດງານ, ກຽມພ້ອມສູ້ຮົບປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດໄວ້ຢ່າງໝັ້ນຄົງ.
ນອກຈາກເວລາຝຶກແອບແລ້ວ, ທະຫານຢູ່ໝູ່ເກາະຍັງສ້າງຄວາມເບີກບານມ່ວນຊື່ນໃນບັນດາການເຄື່ອນໄຫວປະຈໍາວັນ; ຮອຍຍິ້ມຍາມໃດກໍ່ໄດ້ສະແດງອອກຢູ່ໃບໜ້າທີ່ເຕັມໄປດ້ວຍແສງແດດ, ລົມແດງ ແລະພະລັງຊີວິດຢ່າງແຮງຂອງພະນັກງານ, ນັກຮົບຢູ່ໝູ່ເກາະທີ່ຫ່າງໄກ...
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບການດໍາລົງຊີວິດຂອງພະນັກງານ, ນັກຮົບຢູ່ບັນດາເກາະ ແລະໝູ່ເກາະ. ແປໂດຍ: ຫງວຽນກຸກ
Type the code from the image