ວັດ ບ໋າຍດິ໋ງ (ນິງບິ່ງ) ມີຊື່ສຽງແມ່ນວັດ ໃຫຍ່ທີ່ສຸດຢູ່ ຫວຽດນາມ ໃນປະຈຸບັນພວມຮັກສາບັນດາສະຖິຕິທະວີອາຊີ, ອາຊີຕາເວັນອອກສຽງໃຕ້ ແລະຫວຽດນາມໄວ້. ວັດຫຼັງນີ້ໄດ້ອອກແບບປຸກສ້າງດ້ວຍບັນດາກິດຈະກຳໃຫຍ່ໂຕມະໂຫຖານເຕັມໄປດ້ວຍສີສັນຊາດ ຫວຽດນາມ. ພາບ: ທ໋າຍບ໋າ
ຕອນກາງຄືນ, ວັດ ບ໋າຍດິ໋ງ ກາຍເປັນບ່ອນສະຫງົບກວ່າ. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນຈຸດເວລາສັກສິດ, ສວຍງາມເຫຼື້ອມຍິບຍັບເລືອນລາງຂອງວັດໃຫຍ່ໂຕນີ້ໄດ້ສະແດງໃຫ້ເຫັນຢ່າງຊັດເຈນ. ພາບ: ທ໋າຍບ໋າ
ຈຸດພົ້ນເດັ່ນຂອງວັດ ບ໋າຍດິ໋ງ ໃນຍາມກາງຄືນນັ້ນແມ່ນ ບ໋າວທາດ (ເຈດີ ) . ບ໋າວທາດມີ 13 ຊັ້ນສູງກວ່າ 100 ແມັດ. ພາບ: ທ໋າຍບ໋າ
ທົ່ວຮູບພາບວັດ ບ໋າຍດິ໋ງ ໃນຍາມກາງຄືນທັງຮຸ່ງເຮືອງເຫຼືອງເຫຼື້ອມມະຫັດສະຈັນທັງ ສະຫງ່າຜ່າເຜີຍ, ສະຫງົບຫງຽບຜິດປົກກະຕິ. ພາບ: ທ໋າຍບ໋າ
ດ້ຽນຕາມເທ໋, ດ້ຽນຟາບຈູ, ດ້ຽນກວານເທ໋ເອີມ ຫຼື ລະບຽງອາຮາມ ແມ່ນບັນດາຈຸດພົ້ນເດັ່ນໃຫ້ແກ່ວັດ ບ໋າຍດິ໋ງ ໃນຍາມກາງຄືນ. ພາບ: ທ໋າຍບ໋າ
ດ້ຽນຕາມເທ໋ ຮຸ່ງເຮືອງໃສແຈ້ງໃນຍາມກາງຄືນ. ພາບ: ທ໋າຍບ໋າ
ຮູບພາບທີ່ແປກປະຫຼາດກ່ຽວກັບ ບ໋າວທາດ ໃຫຍ່ຢູ່ວັດ ບ໋າຍດິ໋ງ. ພາບ: ທ໋າຍບ໋າ
ຖ້າໄປນະມັດສະການວັດ ບ໋າຍດິ໋ງ ໃນຍາມກາງເວັນແມ່ນເພື່ອບູຊາ, ຢ້ຽມຊົມນັ້ນ ສ່ວນຍາມກາງຄືນແຂກທ່ອງທ່ຽວຈະມີຄວາມຮູ້ສຶກວ່າພວມຢູ່ໃນບໍລິເວນສະຫງົບຫງຽບແຫ່ງພະພຸດທະເຈົ້າໃນທ່າມກາງໂລກມະນຸດ.
ບ໋າວທາດ, ວັດ ບ໋າຍດິ໋ງ ສັງເກດແຕ່ບ່ອນສູງໃນຍາມກາງຄືນ. ພາບ: ທ໋າຍບ໋າ
ວັດ ບ໋າຍດິ໋ງ ທີ່ໃສແຈ້ງ, ແຜ່ແສງສະຫວ່າງທົ່ວເຂດໂນນພູຂອງເມືອງ ຢາວຽນ, ແຂວງ ນິງບິ່ງ. ພາບ: ທ໋າຍບ໋າ
ຄວາມສວຍງາມຂອງວັດໃຫຍ່ທີ່ສຸດຢູ່ ຫວຽດນາມ ສະແດງໃຫ້ເຫັນຢ່າງຈະແຈ້ງໃນຍາມກາງຄືນ ພາບ: ທ໋າຍບ໋າ
ກປ.ອອນໄລ - ຕອນກາງເວັນ, ວັດ ບ໋າຍດິ໋ງ ມີແຂກທ່ອງທ່ຽວມາຢ້ຽມຊົມເປັນຈໍານວນຫຼວງຫຼາຍດ້ວຍກິດຈະການໃຫຍ່ໂຕມະໂຫຖານ, ສະຖາປັດຕະຍະກຳມີລັກສະນະເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ. ຕອນກາງຄືນ, ວັດໃຫຍ່ທີ່ສຸດຢູ່ ຫວຽດນາມ ແຈ້ງສະຫວ່າງດ້ວຍຄວາມສວຍງາມຮຸ່ງເຮືອງເຫຼືອງເຫຼື້ອມຍິບຍັບມະຫັດສະຈັນ, ສ້າງໃຫ້ແຂກທ່ອງທ່ຽວມີຄວາມຮູ້ສຶກຄືດັ່ງພວມເຂົ້າໄປຢູ່ພົມແດນແຫ່ງພະພຸດທະເຈົ້າໃນທ່າມ ກາງໂລກມະນຸດ.
ແປໂດຍ: ເກື່ອງດັ້ງ
Type the code from the image