ກໍາປູເຈຍ ແມ່ນປະເທດສວຍງາມ ເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຢາມ ຖ້າເພື່ອນບໍ່ມີເງິນຫຼາຍ. ມີພຽງ 5 USD ເທົ່ານັ້ນ, ຊາວທ້ອງຖິ່ນຈະແຕ່ງກິນໃຫ້ເພື່ອນຄາບໜຶ່ງທີ່ແຊບນົວ.
ຫວຽດນາມ ມີຝັ່ງທະເລຍາວຢຽດ, ມີອາຫານແຊບນົວ ແລະໂຮງແຮງລາຄາຖືກ. ເພື່ອນພຽງແຕ່ໃຊ້ຈ່າຍເງິນແຕ່ 150-200 USD/ເດືອນ ແມ່ນຈະມີບ່ອນຢູ່ອາໄສທີ່ດີ ແລະໃຊ້ຈ່າຍເງິນ 5 USD ເທົ່ານັ້ນແມ່ນຈະມີອາຫານແຊບຄາບໜຶ່ງ.
ລາວ ທີ່ມີຊື່ສຽງດ້ວຍບັນດາຈອມພູທີ່ສວຍງາມ, ວັດວາອາຮາມ, ຫໍທໍາມະສະພາ, ຮ້ານກາເຟ, ຮ້ານບັນເທິງເທິງແມ່ນໍ້າ, ເຈົ້າສາມາດມາທ່ຽວຢູ່ທີ່ນີ້ດ້ວຍຄ່າໃຊ້ຈ່າຍພຽງແຕ່ 9-20 USD/ວັນເທົ່ານັ້ນ.
ໄທ, ເຖິງວ່າຄ່າໃຊ້ຈ່າຍໃຫ້ແກ່ການທ່ອງທ່ຽວຢູ່ປະເທດນີ້ແພງກວ່າບັນດາປະເທດໃກ້ຄຽງກໍຕາມ ແຕ່ຄ່າໃຊ້ຈ່າຍຢູ່ໄທ ຍັງຕໍ່າກວ່າເມື່ອທຽບໃສ່ຫຼາຍປະເທດຢູ່ຊີກໂລກເໜືອ. ເຈົ້າສາມາດເຊົ່າຄົວເຮືອນຢູ່ທີ່ນີ້ດ້ວຍລາຄາ 160-320 USD/ເດືອນ, ຖ້າຢູ່ເຂດຊົນນະບົດແມ່ນເສຍເງິນປະມານ 4 USD ຕໍ່ມື້.
ອິນເດຍ, ປະເທດທີ່ມີປະຊາກອນຫຼາຍທີສອງໃນໂລກນີ້ທີ່ມີຊື່ສຽງໂດ່ງດັງ ດ້ວຍສະຖາປັດຕະຍາກໍາ, ບັນດາກິດຈະກໍາສາສະໜາ ແລະຈຸດພິເສດທໍາມະຊາດທີ່ຍອດຢ້ຽມ. ເຈົ້າສາມາດເຊົ່າຄົວເຮືອນຢູ່ນີ້ດ້ວຍລາຄາ 100-110 USD/ ເດືອນ.
ຈີນ ແມ່ນປະເທດທີ່ມີຄວາມສວຍງາມແບບກົງກັນຂ້າມ, ດ້ວຍບັນດາໝູ່ບ້ານງາມດັ່ງພາບແຕ້ມ ແລະບັນດານະຄອນໃຫຍ່ທີ່ຄັບຄາໜາແໜ້ນ. ເພື່ອໄປທ່ຽວທົ່ວປະເທດ ຈີນ, ທ່ານຈະບໍ່ຕ້ອງມີເງິນຫຼາຍ.
ບຸນກາຣີ, ໃນຫຼາຍແງ່ມູມ, ບຸນກາຣີ ມີຄ່າໃຊ້ຈ່າຍແພງກວ່າຫຼາຍ ເມື່ອທຽບໃສ່ບັນດາປະເທດອື່ນໆທີ່ໄດ້ເຕື້ອງເຖິງໃນບັນຊີລາຍຊື່ນີ້. ແຕ່ເມື່ອທຽບໃສ່ບັນດາປະເທດຢູ່ຕາເວັນຕົກ, ຄ່າເຊົ່າຄົວເຮືອນໜຶ່ງພຽງປະມານ 200 USD/ ເດືອນເທົ່ານັ້ນ.
Nicaragua ແມ່ນການເລືອກເຟັ້ນດີທີ່ສຸດໃຫ້ແກ່ຜູ້ໃດທີ່ຢາກເຫັນໂລກແຫ່ງຄວາມດຶງດູດສ່ວນໜຶ່ງແຕ່ພັດຂາດງົບປະມານ. ທຸກສິ່ງທຸກຢ່າງຢູ່ທີ່ນີ້ລ້ວນແລ້ວແຕ່ມີລາຄາຖືກ ແລະສິ່ງນັ້ນບໍ່ໝາຍຄວາມວ່າມັນມີຄຸນນະພາບຕໍ່າ. ດ້ວຍງົບປະມານ 995 USD/ເດືອນ ແມ່ນພໍດີເພື່ອໃຫ້ເພື່ອນມີຄົວເຮືອນໃຫຍ່ແລ້ວ.
Guatemala ປະເທດທີ່ມີສີສັນຫຼາກຫຼາຍດ້ວຍມໍລະດົກວັດທະນະທໍາອຸດົມສົມບູນ ຈະຊ່ວຍໃຫ້ເພື່ອນມີບັນດາການຄົ້ນຫາດີທີ່ສຸດ. ຄ່າເຊົ່າຄົວເຮືອນປະມານ 200 USD/ເດືອນ ແລະຄ່າໃຊ້ຈ່າຍໃຫ້ແກ່ການກິນດື່ມປະມານ 24-40 USD/ອາທິດ.
Honduras ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວພັດທະນາໄວທີ່ສຸດຢູ່ໂລກໃນປັດຈຸບັນນີ້. ອາຫານການກິນທ້ອງຖິ່ນແຊບອີ່ຫຼີ, ຄ່າກິນດື່ມຄາບໜຶ່ງພຽງ 3 USD ເທົ່ານັ້ນ.
ເປຣູ ລາຄາຢູ່ ເປຣູ ແມ່ນແຕກຕ່າງກັນເມື່ອທຽບໃສ່ບັນດາເຂດ, ແຕ່ເວົ້າລວມແລ້ວຍັງຖືກກວ່າຫຼາຍປະເທດອື່ນໆ, ທ່ານຈະມີການຄົ້ນຫາວັດທະນະທໍາທີ່ຈັບອົກຈັບໃຈຢູ່ປະເທດທີ່ມີຄວາມຟົດຟື້ນດ້ວຍທັດສະນີຍະພາບທີ່ສວຍງາມນີ້.
ເມັກຊິກ, ທ່ານສາມາດເຊົ່າຄົວເຮືອນສວຍງາມຢູ່ນີ້ດ້ວຍລາຄາປະມານ 150-200 USD/ເດືອນ, ເຄື່ອງດື່ມມີລາຄາຕໍ່າກວ່າ 1 USD ແລະຄ່າປີ້ເບິ່ງຮູບເງົາພຽງ 3 USDເທົ່ານັ້ນ.
ກປ.ອອນໄລ - ນີ້ແມ່ນບັນດາສະຖານທີ່ທ່ອງທ່ຽວໃນໂລກທີ່ມີລາຄາຖືກ ແລະດໍາລົງຊີວິດແບບສະບາຍກວ່າທຸກສິ່ງທຸກຢ່າງທີ່ພວກເຮົານຶກຄິດ. ຫວຽດນາມ ກໍນອນໃນບັນຊີລາຍຊື່ດັ່ງຕໍ່ໄປນີ້.ແປໂດຍ: ຮວ່າງເຈື່ອງ
Type the code from the image