ເຂົ້ານາຂັ້ນໄດສຸກເຫຼືອງໄດ້ນຳມາໃຫ້ ຮວ່າງຊູຟີ່ ຄວາມສວຍງາມທີ່ເປັນເອກະລັກສະເພາະ ແລະມີຄວາມດຶງດູດ.
ນາຂັ້ນໄດຢູ່ ຮວ່າງຊູຟີ່ ໄດ້ນໍາມາມູນຄ່າກ່ຽວກັບເສດຖະກິດ ແລະສ້າງເປັນພາບທໍາມະຊາດທີ່ສວຍງາມ, ປະກອບສ່ວນຊຸກຍູ້ການທ່ອງທ່ຽວພັດທະນາ.
ຮວ່າງຊູຟີ່ ນອນຢູ່ລະດັບຄວາມສູງປະມານ 1.500 ແມັດ ເມື່ອທຽບໃສ່ລະດັບໜ້ານ້ຳທະເລ. ເມື່ອມາຢ້ຽມຢາມສະຖານທີ່ແຫ່ງນີ້, ແຂກທ່ອງທ່ຽວຈະເຊື່ອມຕົວເຂົ້າກັບທິວທັດເມກເຝື້ອທີ່ສວຍງາມ ແລະດຶງດູດໃຈ.
ເມກ ແລະພູເຊື່ອມເຂົ້າກັນ, ສ້າງເປັນໜຶ່ງພາບທີ່ລະເມີເຝີ້ຝັນ.
ມາຢ້ຽມຢາມ ຮວ່າງຊູຟີ່, ແຂກທ່ອງທ່ຽວຍັງມີກາລະໂອກາດເພື່ອເຂົ້າຮ່ວມບັນດາອາຊີບທີ່ເປັນມູນເຊື້ອ ແລະງານບຸນທີ່ເປັນເອກະລັກສະເພາະ.
ເບິ່ງແບ້ຊົນກັນ.
ຈັບປາ.
ນ້ອງນ້ອຍຊາວເຜົ່າ ຢາວ ໄປເບິ່ງການຈັບປາ.
ຮອຍຍີ້ມທີ່ໄຮ້ດຽງສາຂອງຜູ້ອາຍຸສູງຢູ່ ຮວ່າງຊູຟີ່.
ກປ.ອອນໄລ - ເມືອງ ຮວ່າງຊູຟີ່ ຫ່າງຈາກນະຄອນ ຮ່າຢາງ (ແຂວງ ຮ່າຢາງ) ປະມານ 110 ກິໂລເເມັດໄປທາງທິດຕາເວັນຕົກ. ຮວ່າງຊູຟີ່ ແມ່ນເມືອງທີ່ມີພູມມີປະເທດຂ້ອນຂ້າງສັບສົນ, ຖືກຕັດແບ່ງດ້ວຍບັນດາສາຍພູສູງ ແລະປານກາງ, ມີຫຼາຍຮ່ອມພູແຄບທີ່ຖືກຫິມປົກນ້ຳຄ້າງຕະຫຼອດປີ.
ຢູ່ ຮວ່າງຊູຟີ່, ຮູບການປູກຝັງເທິງນາຂັ້ນໄດແຜ່ຂະຫຍາຍຫຼາຍທີ່ສຸດພ້ອມກັບບັນດາອາຊີບທີ່ເປັນມູນເຊື້ອ ແລະງານບຸນທີ່ເປັນເອກະລັກສະເພາະ. ພິເສດ, ທົ່ງນາຂັ້ນໄດຢູ່ ຮວ່າງຊູຟີ່ ໄດ້ຮັບການຮັບຮອງວ່າເປັນປູຊະນີຍະສະຖານແຫ່ງຊາດນັບແຕ່ປີ 2012 ເປັນຕົ້ນມາ.
ໜັງສືພິມກອງທັບປະຊາຊົນຫວຽດນາມອອນໄລ ຂໍແນະນໍາກັບຜູ້ອ່ານຮູບພາບທີ່ມີສີສັນພິເສດຈໍານວນໜຶ່ງກ່ຽວກັບຜູ້ຄົນ ແລະທິວທັດຂອງ
ຮວ່າງຊູຟີ່.
ແປໂດຍ: ຈາງຫງວຽນ
Type the code from the image