ເຂດດິນຖືກເຊາະເຈື່ອນ ຢູ່ບ້ານ ແຄງ, ຕາແສງ ຟູ໋ເກື່ອງ, ເມືອງ ເຕິນລາກ, ແຂວງ ຮວ່າບິ່ງ.
ການນໍາກອງບັນຊາການທະຫານ ແຂວງ ຮວ່າບິ່ງ ພ້ອມກັບບັນດາກໍາລັງກ່ຽວຂ້ອງວາງແຜນການຊອກຫາ, ກູ້ເອົາປະຊາຊົນ.
ພະນັກງານ, ນັກຮົບ ລົງມືເຂົ້າໃນວຽກງານກູ້ໄພກູ້ຊີບ.
ສຳຜັດກັບສະຖານທີ່ເກີດເຫດດິນເຊາະເຈື່ອນ.
ຊອກຫາຜູ້ຖືກດິນເຊາະເຈື່ອນທັບຖົມ.
ນໍາເອົາຜູ້ປະສົບເຄາະຮ້າຍອອກຈາກສະຖານທີ່ເກີດເຫດ.
ສືບຕໍ່ການຊອກຫາຜູ້ຖືກຫາຍສາບສູນ.
ທ່ານ ຈິ້ງດີ່ງຢູ໊ງ ຮອງນາຍົກລັດຖະມົນຕີ ໄປຍັງສະຖານທີ່ເກີດເຫດເພື່ອຊີ້ນໍາວຽກງານກູ້ໄພກູ້ຊີບຢູ່ ເມືອງ ເຕິນລາກ , ແຂວງ ຮວ່າບິ່ງ.
ເຄື່ອງໃຊ້ທີ່ຈຳເປັນຖືກສົ່ງເຖິງບັນດາຄອບຄົວຖືກເສຍຫາຍຍ້ອນຝົນຕົກນ້ຳຖ້ວມ ຢູ່ບ້ານ ຍ້າບງ່ວາຍ, ຕາແສງ ດົ່ງຢວ້ງ, ເມືອງ ດ່າບັ໋ກ.
ເພື່ອນໍາເຄື່ອງໃຊ້ທີ່ຈຳເປັນເຖິງແຕ່ລະຄອບຄົວ, ຕ້ອງໄປຜ່ານພູມີປະເທດທຸລະກັນດານທີ່ສຸດ.
ເຮືອຂົນສົ່ງເຄື່ອງໃຊ້ທີ່ຈຳເປັນ ຊ່ວຍເຫຼືອປະຊາຊົນຢູ່ບັນດາສະຖານທີ່ຖືກດິນເຊາະເຈື່ອນ.
ກປ.ອອນໄລ - ພາຍຫຼັງ ບ້ານແຄງ, ຕາແສງ ຟູ໋ເກື່ອງ, ເມືອງ ເຕິນລາກ ແລະບ້ານ ຍ້າບງ່ວາຍ, ຕາແສງດົ່ງຢວ້ງ, ເມືອງ ດ່າບັ໋ກ, ແຂວງ ຮວ່າບິ່ງ ໄດ້ເກີດເຫດດິນເຊາະເຈື່ອນຢ່າງຮ້າຍແຮງເຮັດໃຫ້ 18 ຄົນເສຍຊີວິດ ແລະຫາຍສາບສູນ, ກໍາລັງປະກອບອາວຸດແຂວງ ຮວ່າບິ່ງ ໄດ້ຈັດຕັ້ງກຳລັງເຄື່ອນຍ້າຍເຖິງບັນດາເຂດດັ່ງກ່າວເພື່ອຊອກຫາ, ກູ້ເອົາປະຊາຊົນ, ພ້ອມທັງໜູນຊ່ວຍເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນ.
ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບວຽກງານຊອກຫາ, ກູ້ໄພ ແລະຊ່ວຍເຫຼືອປະຊາຊົນຂອງກໍາລັງປະກອບອາວຸດ ແຂວງ ຮວ່າບິ່ງ ໃນເຂດດັ່ງກ່າວ.
ແປໂດຍ: ເຈິ່ນຮວ່ຽນ
Type the code from the image