ໃນຊຸມປີຜ່ານມາ, ວຽກງານຝຶກຊ້ອມການທະຫານຂອງພົນລະພາກຫຼວງ 15 ເວົ້າລວມ, ກອງພົນທະຫານບົກກໍາລັງສໍາຮອງ 15 ເວົ້າສະເພາະຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ຖືເປັນສໍາຄັນ. ບັ້ນກວດກາຍິງລູກປືນແທ້ ຄັ້ງນີ້ນອນໃນແຜນການຝຶກຊ້ອມສູ້ຮົບປີ 2017 ຂອງພົນລະພາກຫຼວງ 15.
ນີ້ແມ່ນໂອກາດເພື່ອໃຫ້ກົມກອງຕີລາຄາໝາກຜົນການຝຶກຊ້ອມພົນທະຫານອາຊີບກ່ຽວກັບການນໍາໃຊ້ອາວຸດ, ເຄື່ອງປະກອບ…
ຜ່ານນັ້ນຖອດຖອນບົດຮຽນກ່ຽວກັບບັນດາເນື້ອໃນຍັງອ່ອນ, ຍັງຂາດເພື່ອຍົກສູງວຽກງານຊີ້ນຳ, ນໍາພາ, ຈັດຕັ້ງການຝຶກຊ້ອມໃຫ້ກົມກອງຕ່າງໆໃນໄລຍະຈະມາເຖິງ.
ເບີກຈ່າຍລູກປືນໃຫ້ບັນດາສະຫາຍເຂົ້າຮ່ວມການຍິງລູກປືນແທ້.
ການນໍາກອງພົນທະຫານບົກກໍາລັງສໍາຮອງ 15 ລະດົມກຳລັງໃຈບັນດາສະຫາຍກຽມເຂົ້າຮ່ວມການຍິງລູກປືນແທ້.
ບັນດານັກຮົບຍິງປືນເອົາໃຈໃສ່ຕິດຕາມເພື່ອນຮ່ວມກົມກອງກຳລັງຍິງປືນ.
ໃນການຍິງປືນ, ບັນດາພົນທະຫານອາຊີບຈະຍິງຢູ່ໃນ 3 ທ່າ: ຢືນ, ຄຸເຂົ່າ, ນອນ.
ຍ້ອນໄດ້ຮັບການຝຶກຊ້ອມຢ່າງລະອຽດລະອໍ, ກະກຽມຢ່າງຮອບຄອບ, ບັນດາທະຫານທີ່ເຂົ້າຮ່ວມການຍິງລູກປືນແທ້ລ້ວນແຕ່ມີຈິດຕະໄດ້ດີ, ປະຕິບັດຈັງຫວະຢ່າງວ່ອງໄວ, ຊຳນິຊຳນານ.
ຍິງປືນຖືກເປົ້າໄດ້ແຈ້ງຢັ້ງຢືນ.
ເອົາໃຈໃສ່ຕິດຕາມ, ຈົດກ່າຍຜົນການຍິງປືນຂອງພົນທະຫານອາຊີບແຕ່ລະຄົນຢ່າງລະອຽດລະອໍ.
ມອບດອກໄມ້, ຍ້ອງຍໍບັນດາສະຫາຍຍິງປືນໄດ້ຮັບຜົນດີຢ່າງທັນການ.
ກປ.ອອນໄລ - ໃນຊຸມມື້ຝົນຕົກຢູ່ເຂດພູພຽງ ໄຕງວຽນ, ດິນແດງໃນສະໜາມຝຶກຊ້ອມ ດຶກເກີ ແຂວງ ຢາລາຍ ຄືວ່າມື່ນພະລາດກວ່າ, ອັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ພົນທະຫານບົນເສັ້ນທາງໄປຍັງສະໜາມຍິງປືນ.
ການຈັດຕັ້ງຝຶກຊ້ອມປະຕິບັດຕາມທິດນໍາ “ໂດຍພື້ນຖານ, ແທດຈິງ, ໝັ້ນຄົງ”, ກະກຽມທຸກດ້ານຢ່າງລອບຄອບຖີ່ຖ້ວນ, ກອງພົນທະຫານບົກກໍາລັງສໍາຮອງ15 ພົນລະພາກຫຼວງ 15 ໄດ້ຈັດຕັ້ງໃຫ້ທະຫານອາຊີບປະຕິບັດການຍິງລູກປືນແທ້ດ້ວຍໝາກຜົນບັນລຸໄດ້ 100% ຕອບສະໜອງໄດ້ຄວາມຮຽກ ຮ້ອງຕ້ອງການ, ໃນນັ້ນມີ 69,2% ແມ່ນດີເດັ່ນ, ເກັ່ງ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາຕໍ່ຜູ້ອ່ານຮູບພາບຈໍານວນໜຶ່ງຢູ່ສະໜາມຝຶກຊ້ອມເມືອງ ດຶກເກີ.
ແປໂດຍ: ຈາງຫງວຽນ
Type the code from the image