ຂີດໝາຍສໍາຄັນ, ການເດີນທາງທີ່ສະຫງ່າລາສີ

ນັກຂ່າວ: ຂໍຮຽນສະຫາຍໃຫ້ຮູ້ບັນດາຂີດໝາຍສໍາຄັນ, ບາດລ້ຽວໃນໄລຍະທາງກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນ 70 ປີ ຜ່ານມາ?

ທ່ານພົນຕີ ສອນທອງ  ພົມລາວົງ: ວັນທີ 20 ມັງກອນ 1949, ຢູ່ເຂດທີ່ໝັ້ນຊຽງຄໍ້, ແຂວງຫົວພັນ, ກອງຮ້ອຍລາດຊະວົງ, ກົມກອງປະກອບອາວຸດທີ່ເປັນກໍາລັງຫຼວງທໍາອິດໂດຍສະຫາຍ ໄກສອນ ພົມວິຫານ ບັນຊາໂດຍກົງໄດ້ຮັບການສ້າງຕັ້ງ. ຫຼັງຈາກນັ້ນ, ບັນດາກົມກອງປະກອບອາວຸດອື່ນໆ ພາຍໃນປະເທດໄດ້ໂຮມກັນເປັນກອງຮ້ອຍລາດຊະວົງ ແລະກາຍເປັນກອງທັບລາວອິດສະຫຼະ.

leftcenterrightdel
ທ່ານພົນຕີ ສອນທອງ  ພົມລາວົງ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ. ພາບ: ຈ້ອງຫາຍ.

ນັບແຕ່ກາງປີ 1949 ຮອດປີ 1954, ກໍາລັງຕໍ່ສູ້ລາວໄດ້ຕັ້ງໜ້າພັດທະນາບັນດາກອງຮ້ອຍທີ່ເປັນກໍາລັງຫຼວງ, ກົມກອງປະກອບອາວຸດໂຄສະນາ ແລະກອງຫຼອນຢູ່ທຸກແຫ່ງ... ຈາກນັ້ນ, ດ້ວຍການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງຂອງບັນດາກໍາລັງຕໍ່ຕ້ານໃນທົ່ວປະເທດ, ກອງທັບລາວອິດສະຫຼະ ໄດ້ຍູ້ແຮງບັນດາການເຄື່ອນໄຫວຕໍ່ສູ້ຢ່າງລຽນຕິດ. ໃນບັ້ນສູ້ຮົບທ້າຍລະດູໜາວຕົ້ນລະດູບານໃໝ່ 1953-1954, ກອງທັບລາວ ໄດ້ປົດປ່ອຍເຂດຍຸດທະສາດສໍາຄັນຫຼາຍແຫ່ງ, ຂູ່ເຂັນສັດຕູຢູ່ສະໜາມຮົບອິນດູຈີນ, ບັງຄັບໃຫ້ກໍາລັງຂອງກອງທັບຝະລັ່ງ ຖືກກະແຈກກະຈາຍ, ສ້າງເງື່ອນໄຂໃຫ້ທະຫານ ແລະປະຊາຊົນດັບສູນກຸ່ມທີ່ໝັ້ນດ້ຽນບຽນຝູທັງໝົດ, ເຮັດໃຫ້ແຜນການນາວາຖືກປະລາໄຊຢ່າງສົມບູນ.

ໃນການຕໍ່ສູ້ຕ້ານອາເມລິກາ, ໄລຍະ 1964-1973 ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ກອງທັບປົດປ່ອຍປະຊາຊົນລາວ ໄດ້ສາມັກຄີ, ສະໜິດຕິດພັນຢ່າງແໜ້ນແຟ້ນກັບປະຊາຊົນ, ຍາດແຍ່ງການຊ່ວຍເຫຼືອຂອງທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຂອງຫວຽດນາມ ສົມທົບກັນຕໍ່ສູ້ຍາດເອົາໄຊຊະນະໃນຫຼາຍບັນສູ້ຮົບໃຫຍ່, ປະກອບສ່ວນບຸກຕີໃຫ້ປະລາໄຊຍຸດທະສາດ “ສົງຄາມພິເສດເພີ່ມເຕີມ”, ບັງຄັບໃຫ້ອາເມລິກາ ຕ້ອງເຊັນສັນຍາວຽງຈັນ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ລາວ.

ພາຍຫຼັງປີ 1975, ກອງທັບປະຊາຊົນລາວ ກ້າວເຂົ້າສູ່ໄລຍະສັນຕິພາບ, ສ້າງສາ ແລະປົກປັກຮັກສາປະເທດຊາດ. ເພື່ອຕອບສະໜອງໜ້າທີ່ໃໝ່, ກອງທັບປະຊາຊົນລາວໄດ້ຮັບການກໍ່ສ້າງ, ປັບປຸງກໍາລັງໃຫ້ເໝາະສົມກັບສະພາບການ ແລະຄວາມສາມາດຂອງປະເທດຊາດ. 70 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່, ກອງທັບປະຊາຊົນລາວ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອອັນສະຫງ່າລາສີ ແລະບັນດາຜົນງານທີ່ບັນລຸໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ ໃນປັດຈຸບັນ.

leftcenterrightdel
ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຝຶກແອບເພື່ອກະກຽມເຂົ້າຮ່ວມງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ. ພາບ: ຈ້ອງຫາຍ.

ນັກຂ່າວ:  ຂໍຮຽນສະຫາຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ກົມໃຫຍ່ການເມືອງ ໄດ້ມີການຊີ້ນໍາຈັດຕັ້ງການເຄື່ອນໄຫວຕ່າງໆ ຄືແນວໃດ?

ທ່ານພົນຕີ ສອນທອງ  ພົມລາວົງ: ນີ້ແມ່ນເຫດການສໍາຄັນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບລາວ. ນັບແຕ່ຕົ້ນປີ 2018, ກົມໃຫຍ່ການເມືອງ ໄດ້ປຸກລະດົມຂະບວນການແຂ່ງຂັນໃນທົ່ວກອງທັບ ດ້ວຍຫົວຂໍ້: ກໍ່ສ້າງອົງການຈັດຕັ້ງພັກໃຫ້ມີຄວາມປອດໃສ, ໝັ້ນຄົງເຂັ້ມແຂງ, ກົມກອງໝັ້ນຄົງເຂັ້ມແຂງ, ຍົກສູງຄຸນນະພາບ, ກໍາລັງແຮງສັງລວມ ແລະລະດັບຄວາມຮູ້ຂອງພະນັກງານ, ນັກຮົບ, ກະກຽມງານໂຮມຊຸມນຸມມິດຕິງ,  ການເດີນສວນສະໜາມ, ເດີນຂະບວນ, ງານພົບປະສັງສັນພະນັກງານ, ຜູ້ອາວຸໂສປະຕິວັດ, ພ້ອມກັນນັ້ນ, ກົມໃຫຍ່ການເມືອງ ຍັງຊີ້ນໍາຈັດຕັ້ງງານສະແດງສິລະປະທົ່ວກອງທັບ ຄັ້ງທີ 5, ຈັດຕັ້ງບັນດາງານມະຫາກໍາກິລາ, ດັດແປງຄ້າຍທະຫານຢູ່ທຸກຂັ້ນ...

leftcenterrightdel
ສະໜາມຝຶກແອບ ຂອງກອງພັນ 163, ກອງບັນຊາການທະຫານແຂວງຫົວພັນ. ພາບ: ຈ້ອງຫາຍ.

ສາຍພົວພັນເລືອດເນື້ອ, ສັດຊື່ບໍລິສຸດ

ນັກຂ່າວ: ຂໍສະຫາຍໃຫ້ຮູຄວາມຮູ້ສຶກຂອງຕົນກ່ຽວກັບສາຍພົວພັນແບບພິເສດ ຫວຽດນາມ-ລາວ ແລະການຊ່ວຍເຫຼືອຂອງກອງທັບປະຊາຊົນຫວຽດນາມ ໃຫ້ກອງທັບປະຊາຊົນລາວ ໃນການຕໍ່ສູ້ກ່ອນໜ້ານີ້ ກໍ່ຄືໃນປັດຈຸບັນ?

ທ່ານພົນຕີ ສອນທອງ  ພົມລາວົງ:  ໃນການຕໍ່ສູ້, ບັນດາບັ້ນຮົບໃຫຍ່, ນ້ອຍ, ສະໜາມຮົບແຫ່ງໃດມີເລືອດເນື້ອຂອງພະນັກງານ,  ນັກຮົບກອງທັບປະຊາຊົນລາວ ກໍ່ມີເລືອດເນື້ອຂອງພະນັກງານ,  ນັກຮົບກອງທັບປະຊາຊົນຫວຽດນາມ. ຢູ່ທຸກແຫ່ງ, ຈາກພູຜາປ່າໄມ້ລົງຮອດເຂດທົ່ງພຽງ, ຕົວເມືອງລ້ວນແຕ່ມີຮອຍຕີນ ແລະການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງທະຫານອາສາສະໝັກຫວຽດນາມ.

ໃນໄລຍະສັນຕິພາບ, ພວກຂ້າພະເຈົ້າ ສືບຕໍ່ໄດ້ຮັບການຊ່ວຍເຫຼືອຢ່າງຈິງໃຈ, ຖານອ້າຍນ້ອງອັນສະໜິດສະໜົມຂອງຫວຽດນາມ. ປະຊາຊົນລາວບັນດາເຜົ່າ, ກອງທັບປະຊາຊົນລາວ ຍາມໃດກໍ່ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ. ເຖິງວ່າສະພາບການຂອງໂລກມີການຫັນປ່ຽນກໍ່ຕາມ, ແຕ່ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ສອງກອງທັບພວກເຮົາ ຈະບໍ່ມີການປ່ຽນແປງຢ່າງເດັດຂາດ.

leftcenterrightdel
ນັກຮົບເກົ່າ ແລະມະຫາຊົນ ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງເຂດທີ່ໝັ້ນປະຕິວັດວຽງໄຊ, ແຂວງຫົວພັນ. ພາບ: ຈ້ອງຫາຍ.

ນັກຂ່າວ: ພວກຂ້າພະເຈົ້າໄດ້ຮູ້ວ່າ ສະຫາຍເອງກໍ່ມີອານຸສອນຫຼາຍຢ່າງ ແລະມີເພື່ອນມິດຫຼາຍຄົນຢູ່ຫວຽດນາມ. ຖ້າເວົ້າກ່ຽວກັບອາລົມຈິດຂອງຕົວທີ່ມີຕໍ່ປະເທດຊາດ, ກອງທັບປະຊາຊົນຫວຽດນາມ, ສະຫາຍຈະເວົ້າຫຍັງແດ່?

ທ່ານພົນຕີ ສອນທອງ  ພົມລາວົງ:  ນັ້ນແມ່ນນໍ້າໃຈຄອບຄົວ. ນໍ້າໃຈຂອງຂ້າພະເຈົ້າ ກໍ່ຄືປະຊາຊົນ, ພະນັກງານ, ນັກຮົບກອງທັບປະຊາຊົນລາວ ຕໍ່ກັບຫວຽດນາມ ອາດສາມາດເວົ້າໄດ້ວ່າແມ່ນມີຄວາມສະໜິດສະໜົມ, ເລິກເຊິ່ງ ຄືດັ່ງນໍ້າໃຈຕໍ່ຄອບຄົວ, ອ້າຍນ້ອງ. ນັ້ນກໍ່ແມ່ນປະກົດການແຫ່ງສາຍພົວພັນ ຫວຽດນາມ - ລາວ, ເຊິ່ງປະທານໂຮ່ຈິມິນ ເຄີຍຢືນຢັນວ່າ: “ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ທູຈາງ