ໄປຄຽງຄູ່ກັນນັ້ນກອງບັນຊາການທະຫານເມືອງທ່າແຂກ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 10 ພະຈິກ 1963  ຢູ່ເຂດຫົວດົງຊອກ ເມືອງທ່າແຂກ  ໂດຍມີຈຳນວນພົນທັງໝົດ 12 ທ່ານ  ເຊິ່ງຜູ້ບັນຊາການແມ່ນທ່ານເພັງ ແລະ ທ່ານລານ.  ກອງບັນຊາການທະຫານເມືອງທ່າແຂກ ໄດ້ເຄື່ອນໄຫວຕີສັດຕູຫລາຍບັ້ນຮົບ,  ຫລາຍບັ້ນຕີ ແລະໄດ້ຮັບໄຊຊະນະເປັນກ້າວໆມາ. ໃນໄລຍະນັ້ນທັງເຮັດໜ້າທີ່ປັບປຸງກຳລັງ  ແລະກໍ່ສ້າງກຳລັງໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງຕະຫລອດມາສາມາດເຮັດສຳເລັດໃນສອງໜ້າທີ່ຍຸດທະສາດຄື:  ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດເຮັດໃຫ້ເມືອງທ່າແຂກມີສະຖຽນລະພາບທາງດ້ານການເມືອງ, ທົ່ວສັງຄົມມີຄວາມສະຫງົບປອດໄພ,  ຮຸ່ງເຮືອງສິວິໄລ ແລະຍຸຕິທຳ.

leftcenterrightdel
ທ່ານ ພັນໂທ ສຸລິຍົງ  ພວງພັກດີ. ພາບ: kpl.gov.la.

ກອງບັນຊາການທະຫານເມືອງທ່າແຂກ  ປະກອບມີ 1 ອົງການ,  ມີ 4 ພະແນກການ ແລະມີ 25 ຂະແໜງການ, ມີ  1 ໝວດເອກະລາດ, ມີ 11 ກອງຮ້ອຍກອງຫລອນທີ່ຂຶ້ນກັບ. ເຮັດໜ້າທີ່ເປັນເສນາທິການໂດຍກົງໃຫ້ຄະນະພັກ, ຄະນະບັນຊາຂັ້ນເທິງເປັນເຈົ້າການຕ້ານ ແລະແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ,  ນາຍ ແລະພົນທະຫານໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາເມືອງທ່າແຂກ ໃຫ້ກາຍເປັນເມືອງເທດສະບານ. ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບຄົບຮອບ 70 ປີ,  ທາງກອງບັນຊາການທະຫານເມືອງທ່າແຂກ  ໄດ້ສຸມໃສ່ເຮັດວຽກງານການເມືອງນຳພາແນວຄິດໃນກຳລັງທົ່ວກອງບັນຊາການໃຫ້ມີຄວາມອຸ່ນອ່ຽນ,​  ທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານ  ແລະເຮັດສຳເລັດໜ້າທີ່ຢ່າງເຂັ້ມງວດ.

ພ້ອມນັ້ນ,  ໄດ້ເອົາໃຈໃສ່ປັບປຸງກົມກອງເປັນຕົ້ນແມ່ນຫ້ອງການ,  ເຮືອນພັກເຊົາ,​ ສະໂມສອນ,  ເຮືອນຄົວໃຫ້ເປັນລະບຽບ,  ສ້າງຂະບວນການອະນາໄມ,  ປະດັບປະດາໃຫ້ມີຄວາມສະອາດຈົບງາມພ້ອມກັບການສ້າງຂະບວນການກິລາໃຫ້ເປັນຂະບວນການຟົດຟື້ນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ  70 ປີ.

ຂ່າວ: ມະນີວັນ