ສາຍພົວພັນຫວຽດນາມ - ລາວ ພັດທະນາຢ່າງດີງາມ

ໃນຊຸມປີຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງດີງາມ, ບັນດາກົນໄກຮ່ວມມືສອງຝ່າຍ ແລະເພີ່ມທະວີການຮ່ວມມືດ້ານພົວພັນຕ່າງປະເທດກໍ່ໄດ້ຮັກສາເປັນຢ່າງດີ. ການພົວພັນດ້ານການເມືອງໄດ້ຮັບການຊຸກຍູ້ຢ່າງແຮງ, ນັບມື້ນັບສະໜິດຕິດພັນ ແລະໄວ້ເນື້ອເຊື່ອໃຈ, ສອງຝ່າຍໄດ້ສົມທົບກັນຈັດຕັ້ງການຢ້ຽມຢາມ, ການພົບປະລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດເປັນຢ່າງດີ.

ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ - ລາວ 2017,  ຂໍ່ານັບຮັບຕ້ອນ  55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1962-2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ - ລາວ (1977-2017) ຢ່າງຟົດຟື້ນ, ປະກອບສ່ວນໂຄສະນາກ່ຽວກັບຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ຢ່າງເລິກເຊິ່ງກວ້າງຂວາງ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເພີ່ມທະວີ ແລະຜັນຂະຫຍາຍເປັນຢ່າງດີໃນທຸກຂົງເຂດ, ພິເສດແມ່ນການຝຶກແອບ, ບໍາລຸງສ້າງ. ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮ່ວມມືຢ່າງແໜ້ນແຟ້ນ ແລະເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງຕັ້ງໜ້າ, ຮັບປະກັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ແຕ່ລະປະເທດເປັນຢ່າງດີ.

ຕົ້ນປີ 2018, ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ - ລາວ ຄັ້ງທີ 40, ພາຍໃຕ້ການເປັນປະທານຂອງນາຍົກລັດຖະມົນຕີສອງທ່ານ, ໄດ້ສືບຕໍ່ຢືນຢັນ ແລະປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ການຮ່ວມມືທີ່ມີປະສິດທິຜົນໃນຫຼາຍຂົງເຂດ

ໄລ່ມາຮອດເດືອນ ຕຸລາ 2018, ຫວຽດນາມຍັງແມ່ນໜຶ່ງໃນສາມປະເທດລົງທຶນເຂົ້າລາວ ຫຼາຍທີ່ສຸດ (ພ້ອມກັບ ຈີນ ແລະໄທ). ບັນດານັກລົງທຶນຫວຽດນາມ ໄດ້ລົງທະບຽນ 409 ໂຄງການ  ລວມຍອດທຶນ 4,1 ຕື້ໂດລາສະຫະລັດ.

ປີ 2017, ສອງຝ່າຍໄດ້ເຊັນສັນຍາການຄ້າສະບັບໃໝ່ ແລະສັນຍາການຄ້າຊາຍແດນ; ຈັດຕັ້ງການເຄື່ອນໄຫວສົ່ງເສີມການຄ້າ, ງານຕະຫຼາດນັດແນະນໍາຜະລິດຕະພັນຢູ່ຕະຫຼາດສອງປະເທດເປັນປະຈໍາ...

ວົງເງິນການຄ້າສອງປະເທດສືບຕໍ່ພັດທະນາ, ປີ 2017 ບັນລຸ 936,8 ລ້ານໂດລາສະຫະລັດ; 10 ເດືອນຕົ້ນປີ 2018, ບັນລຸ 830,5 ລ້ານໂດລາສະຫະລັດ  (ເພີ່ມຂຶ້ນ 15,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017). ໃນນັ້ນ, ຫວຽດນາມ ສົ່ງອອກເຂົ້າຕະຫຼາດລາວ ບັນລຸ 484,3 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ13,6%) ແລະນໍາເຂົ້າຈາກຕະຫຼາດລາວ 346,1 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 17,6%).

ບົນຈິດໃຈໄວ້ເນື້ອເຊື່ອໃຈ, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຮ່ວມມືພາກພື້ນ ແລະໃນໂລກ ຄື: ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ, ກອງປະຊຸມສຸດຍອດອາຊີ-ເອີຣົບ (ASEM); ສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັບບັນດາປະເທດສະມາຊິກອາຊຽນອື່ນໃນການກໍ່ສ້າງປະຊາຄົມອາຊຽນ ແລະຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງອາຊຽນ ໃນບັນດາບັນຫາຍຸດທະສາດຢູ່ພາກພື້ນ; ຮ່ວມມືຢ່າງແໜ້ນແຟ້ນໃນບັນດາກົນໄກຮ່ວມມືອະນຸພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ເຂົ້າຮ່ວມ ແລະເປັນປະທານຮ່ວມກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ຄັ້ງທີ 41 ໃນຄັ້ງນີ້ສືບຕໍ່ເປັນການຢັ້ງຢືນບຸລິມະສິດໃນການພົວພັນຕ່າງປະເທດຂອງທັງສອງປະເທດແມ່ນພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ; ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ