ຕອບບຸນແທນຄຸນປະຊາຊົນຢູ່ຖານທີ່ໝັ້ນປະຕິວັດ

ເມື່ອໄດ້ຕ້ອນຮັບທະຫານລຸງໂຮ່ ມາກວດ, ປິ່ນປົວພະຍາດໃຫ້, ປະຊາຊົນຢູ່ທີ່ນີ້ມີຄວາມປິຕິຊົມຊື່ນຄືດັ່ງຕ້ອນຮັບລູກຜູ້ທີ່ໄກຈາກບ້ານເກີດເມືອງນອນມາແຕ່ດົນນານກັບເມືອປະເທດ. ສ່ວນສໍາລັບແພດໝໍກອງທັບປະຊາຊົນຫວຽດນາມ ແລ້ວ, ເມື່ອໄປຊຽງຄໍ້ຄືດັ່ງກັບເມືອບ້ານເກີດເມືອງນອນແຫ່ງທີສອງຂອງຕົນແທ້.

ເຖິງວ່າຍັງບໍ່ທັນຮອດເວລາໄຂພິທີ, ແລະລາຍການກວດ, ປິ່ນປົວພະຍາດ ຍັງບໍ່ທັນເລີ່ມຕົ້ນກໍ່ຕາມ, ແຕ່ໃນສະໂມສອນຂອງຄະນະກໍາມະການປະຊາຊົນເມືອງຊຽງຄໍ້ ເຂົາເຈົ້າໄດ້ເລົ່າໃຫ້ກັນຟັງກ່ຽວກັບເລື່ອງບັນດາແພດໝໍກອງທັບປະຊາຊົນຫວຽດນາມ ເມື່ອຫາກໍ່ໄປຮອດເມືອງໄດ້ພະຍາບານສຸກເສີນສໍາເລັດກໍລະນີປະສູດຍາກ, ນໍາມາເຊິ່ງຄວາມປິຕິຊົມຊື່ນໃຫ້ແກ່ຄອບຄົວຜູ້ເກີດລູກ ແລະປະຊາຊົນທ້ອງຖິ່ນ.

ຢູ່ນອກສະໂມສອນ, ທ່ານນາງພັນໂທ ຫງວຽນທິມີງເຟືອງ, ທ່ານໝໍຂະແໜງແມ່ ແລະເດັກ, ໂຮງໝໍເສນາຮັກ 354, ຜູ້ຕິດຕາມ ແລະຊ່ວຍເຫຼືອຜູ້ເກີດລູກໂດຍກົງເລົ່າສູ່ຟັງວ່າ: “ພໍແຕ່ໄປຮອດໂຮງໝໍເມືອງຊຽງຄໍ້ເພື່ອກະກຽມວຽກງານກວດ, ປິ່ນປົວພະຍາດ, ພວກຂ້າພະເຈົ້າ ເຄີຍປະສົບກັບກໍລະນີປະສູດຍາກຂອງນາງຮຽນ, ຢູ່ບ້ານຫວຍລາງ (ຈຽງຄໍ້, ເມືອງຊຽງຄໍ້). ຕາມປົກກະຕິ, ໂຮງໝໍຕ້ອງສົ່ງຄົນເຈັບຂຶ້ນໂຮງໝໍຂັ້ນເທິງ, ແຕ່ຕ້ອງໄປຂ້າມພູຜາດ້ວຍໄລຍະທາງເກືອບ 150 ກິໂລແມັດ, ການຂົນສົ່ງຈະອັນຕະລາຍທີ່ສຸດໃຫ້ທັງແມ່ ແລະລູກ”...

ຕໍ່ໜ້າສະພາບການຄືດັ່ງກ່າວ, ທ່ານນາງພັນໂທ ຫງວຽນທິມີງເຟືອງ ກໍ່ກະກຽມວິທີການຜ່າຕັດເພື່ອເອົາລູກອອກໃນທັນການ. ແຕ່ດ້ວຍຄວາມມານະພະຍາຍາມ ແລະການໜູນຊ່ວຍຂອງບັນດາແພດໝໍເສນາຮັກຫວຽດນາມ, ນາງຮຽນ ຈຶ່ງສາມາດເກີດລູກຊາຍມີນໍ້າໜັກ 3,8 ກິໂລກຼາມ ຕາມແບບທໍາມະດາໄດ້, ນໍາມາເຊິ່ງຄວາມປິຕິຊົມຊື່ນໃຫ້ແກ່ຄອບຄົວ ແລະຍາດຕິພີ່ນ້ອງ.

leftcenterrightdel
ການນໍາກົມໃຫຍ່ພະລາທິການກອງທັບປະຊາຊົນສອງປະເທດຫວຽດນາມ-ລາວ ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈປະຊາຊົນຜູ້ມາກວດ, ປິ່ນປົວພະຍາດ. ພາບ: ຕ໋ຽນດາດ.
leftcenterrightdel
ການນໍາກົມໃຫຍ່ພະລາທິການກອງທັບປະຊາຊົນສອງປະເທດຫວຽດນາມ-ລາວ ມອບຂອງຂວັນ, ລະດົມກໍາລັງໃຈຜູ້ເກີດລູກ, ເຊິ່ງແມ່ນຜູ້ທີ່ໄດ້ທ່ານໝໍກອງທັບປະຊາຊົນຫວຽດນາມ ພະຍາບານສຸກເສີນສໍາເລັດ. ພາບ: ຕ໋ຽນດາດ.

ດ້ວຍການລໍຖ້າຄະນະພະນັກງານ, ທ່ານໝໍກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ມາກວດ, ປິ່ນປົວພະຍາດຢູ່ເມືອງຊຽງຄໍ້, ພ້ອມກັບເລື່ອງພະຍາບານສຸກເສີນກໍລະນີປະສູດຍາກສຳເລັດນັ້ນໄດ້ສ້າງຜົນກະທົບຢ່າງແຮງເຖິງຄະນະພັກ, ອໍານາດການປົກຄອງ ແລະພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຖານທີ່ໝັ້ນປະຕິວັດຂອງປະເທດເພື່ອນມິດລາວ. ຍ້ອນເຫດນັ້ນ, ເມື່ອທ່ານພົນຈັດຕະວາ ຫວູບ໋າຈູງ, ຮອງຫົວໜ້າການເມືອງກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ແລະທ່ານພົນຈັດຕະວາ ຄໍາແດງ ແພງວິໄລ,  ຮອງຫົວໜ້າການເມືອງກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ກ້າວເຂົ້າສະໂມສອນກະກຽມໃຫ້ພິທີໄຂ, ສຽງຕົບມືຊົມເຊີຍຂອງບັນດາຜູ້ແທນ ແລະປະຊາຊົນຂໍ່ານັບຮັບຕ້ອນຄະນະປະຕິບັດງານກົມໃຫຍ່ພະລາທິການກອງທັບປະຊາຊົນສອງປະເທດ ຍິ່ງແກ່ຍາວຕື່ມອີກ.

ຕາງໜ້າຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນເມືອງຊຽງຄໍ້, ທ່ານ ພັນຕາ ທອນວົງສາ ເລຂາພັກເມືອງ, ປະທານຄະນະກໍາມະການປະຊາຊົນເມືອງຊຽງຄໍ້ ໄດ້ສະແດງຄວາມປິຕິຊົມຊື່ນເພາະວ່າການປະຕິບັດງານຂອງກອງທັບປະຊາຊົນສອງປະເທດໄດ້ມຸ່ງຫາພໍ່ແມ່ປະຊາຊົນ, ເພື່ອປະຊາຊົນເມືອງຊຽງຄໍ້.

ທ່ານ ພັນຕາ ທອນວົງສາ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ: ເລື່ອງຄະນະປະຕິບັດງານຂອງກົມໃຫຍ່ພະລາທິການກອງທັບປະຊາຊົນສອງປະເທດ ຫວຽດນາມ-ລາວ ຮ່ວມແຮງຮ່ວມໃຈເພື່ອສຸຂະພາບຂອງພໍ່ແມ່ປະຊາຊົນ ບໍ່ພຽງແຕ່ແມ່ນການຕອບບຸນແທນຄຸນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນສາຍຈິດມິດໃຈເລືອດເນື້ອອັນສະໜິດຕິດພັນລະຫວ່າງປະຊາຊົນກັບນັກຮົບປະຕິວັດ, ນັກຮົບປະຕິວັດກັບພໍ່ແມ່ປະຊາຊົນຜູ້ທີ່ໄດ້ອຸ້ມຊູຊ່ວຍເຫຼືອໃຫ້ແກ່ຕົນອີກດ້ວຍ.

ສາຍໃຈຈົ່ງຮັກພັກດີ, ສັດຊື່ບໍລິສຸດ

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ຄໍາແດງ ແພງວິໄລ ສະແດງຄວາມເຊື່ອໝັ້ນວ່າ, ຜ່ານການປະຕິບັດງານໃນຄັ້ງນີ້, ນອກຈາກເລື່ອງປະຊາຊົນເມືອງຊຽງຄໍ້ ໄດ້ຮັບການກວດ, ປິ່ນປົວພະຍາດ, ໃຫ້ຄໍາປຶກສາສົ່ງເສີມສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ຮັບຂອງຂວັນແລ້ວ; ນີ້ຍັງແມ່ນກາລະໂອກາດເພື່ອໃຫ້ຂະແໜງພະລາທິການກອງທັບປະຊາຊົນສອງປະເທດເວົ້າລວມ, ເສນາຮັກສອງປະເທດເວົ້າສະເພາະ ໄດ້ພົບປະແລກປ່ຽນ, ແບ່ງປັນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນກ່ຽວກັບວິຊາການແພດສາດ ແລະວຽກງານຈັດຕັ້ງເສນາຮັກ, ວຽກງານຈັດຕັ້ງພະລາທິການ ແລະວຽກງານຂົນຂວາຍປະຊາຊົນຂອງກອງທັບ, ຈາກນັ້ນມີການເຄື່ອນໄຫວຫຼາຍຢ່າງ, ສົມທົບກັນຢ່າງມີປະສິດທິຜົນ, ແທດຈິງກວ່າອີກໃນຊຸມປີຕໍ່ໆໄປ.

ທີ່ພິທີ, ທ່ານພົນຈັດຕະວາ ຫວູບ໋າຈູງ ຖືວ່າ, ການປະຕິບັດງານໃນຄັ້ງນີ້ຍິ່ງມີຄວາມໝາຍຢ່າງເລິກເຊິ່ງກວ່າອີກ ຍ້ອນວ່າບັນດາແພດໝໍໄດ້ກວດ, ປິ່ນປົວພະຍາດ, ໃຫ້ຄໍາປຶກສາສົ່ງເສີມສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ປະຊາຊົນບັນດາທ້ອງຖິ່ນສັງກັດເມືອງຊຽງຄໍ້, ແຂວງຫົວພັນ-ແຫ່ງສ້າງຕັ້ງກອງທັບປະຊາຊົນລາວ, ແຫ່ງເຊິ່ງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າບໍ່ພຽງແຕ່ລ້ຽງດູ, ອຸ້ມຊູຊ່ວຍເຫຼືອກອງທັບປະຊາຊົນລາວເທົ່ານັ້ນ ຫາກຍັງທັງທະຫານອາສາສະໝັກກອງທັບປະຊາຊົນຫວຽດນາມ ເພື່ອພາລະກິດປົດປ່ອຍຊາດຂອງແຕ່ລະປະເທດໃນຊຸມປີຕໍ່ຕ້ານທີ່ເຕັມໄປດ້ວຍການເສຍສະຫຼະ, ລຳບາກກາກກຳອີກດ້ວຍ.

leftcenterrightdel
ການນໍາກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍຢູ່ເມືອງຊຽງຄໍ້. ພາບ: ຕ໋ຽນດາດ.

ພາຍຫຼັງພິທີໄຂ, ຕາງໜ້າໃຫ້ຄະນະປະຕິບັດງານກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ, ທ່ານພົນຈັດຕະວາ ຫວູບ໋າຈູງ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ. ທີ່ໂຮງໝໍເມືອງຊຽງຄໍ້, ຕອນເຊົ້າວັນທໍາອິດໄດ້ມີຜູ້ມາຈົດທະບຽນກວດ, ປິ່ນບົວພະຍາດກວ່າ 200 ຄົນ.. ອາລົມຈິດ ແລະຄວາມໄວ້ເນື້ອເຊື່ອໃຈຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າຢູ່ເຂດຖານທີ່ໝັ້ນປະຕິວັດທີ່ມີຕໍ່ທະຫານລຸງໂຮ່ ໃນເມື່ອກ່ອນ, ມາຮອດປະຈຸບັນຍິ່ງມີຄວາມເລິກເຊິ່ງ, ໝັ້ນແກ່ນກວ່າອີກ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບຄວາມສາມັກຄີ, ບໍລິສຸດຜຸດຜ່ອງແບບພິເສດຫວຽດນາມ - ລາວ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”...

ໂດຍ: ທະນາພອນ