ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີການແລກປ່ຽນກັບທ່ານພົນຈັດຕະວາ ຫວູບ໋າຈູງ, ຮອງຫົວໜ້າການເມືອງ ກົມໃຫຍ່ພະລາທິການ, ຫົວໜ້າຄະນະດັ່ງກ່າວກ່ຽວກັບການເຄື່ອນໄຫວທີ່ມີຄວາມໝາຍນີ້.

leftcenterrightdel
ທ່ານພົນຈັດຕະວາ ຫວູບ໋າຈູງ. ພາບ: ຢາຮຸຍ.

ນັກຂ່າວ: ຂໍສະຫາຍໃຫ້ຮູ້ຄວາມໝາຍຂອງການເຄື່ອນໄຫວໃນຄັ້ງນີ້?

ທ່ານພົນຈັດຕະວາ ຫວູບ໋າຈູງ: ປະຫວັດສາດໄດ້ພິສູດໃຫ້ເຫັນວ່າ, ສອງຊາດຫວຽດນາມ ແລະລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່ນໍາກັນ. ສາຍພົວພັນທີ່ເປັນມູນເຊື້ອ, ສະໜິດແໜ້ນທີ່ຫາຍາກນີ້ແມ່ນເລີ່ມຈາກຄວາມໃກ້ຊິດກ່ຽວກັບພູມີປະເທດ, ການແບ່ງປັນໃນປະຫວັດແຫ່ງການຕໍ່ສູ້ ແລະຕ້ານສັດຕູລວມ, ພ້ອມກັນນັ້ນແມ່ນການຮ່ວມມືຢ່າງແໜ້ນແຟ້ນ, ການໜູນຊ່ວຍເຊິ່ງກັນ ແລະກັນ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.

ພິເສດ, ສາຍພົວພັນອັນສະໜິດແໜ້ນລະຫວ່າງສອງຊາດໄດ້ຮັບການເສີມຂະຫຍາຍໃນລະດັບສູງພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງສອງພັກ, ສອງລັດ ໂດຍປະທານ ໂຮ່ຈິມິນ ແລະປະທານ ໄກສອນ ພົມວິຫານ ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ. ຜ່ານການທົດສອບອັນດຸເດືອດຈາກສົງຄາມ ແລະຊຸມເດືອນປີທີ່ຫຍຸ້ງຍາກໃນວິວັດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງນັ້ນ, ອາລົມຈິດ ຫວຽດນາມ-ລາວ ໄດ້ກາຍເປັນຄວາມໝາຍການດຳລົງຊີວິດ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”, ແມ່ນຊັບສົມບັດອັນລໍ້າຄ່າ, ແມ່ນກົດເກນແຫ່ງຄວາມເປັນຕາຍ ແລະແມ່ນກໍາລັງແຮງຂອງສອງຊາດ. ໃນສາຍພົວພັນຮ່ວມມືນັ້ນ, ການຮ່ວມມືດ້ານປ້ອງກັນຊາດແມ່ນສັນຍາລັກທີ່ມີຊີວິດຊີວາຂອງນໍ້າໃຈສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນ, ຄວາມສັດຊື່ບໍລິສຸດແບບພິເສດລະຫວ່າງສອງຊາດ.

ການປະຕິບັດງານໃນຄັ້ງນີ້, ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ຈະສົມທົບກັບກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ຈັດສົ່ງຄະນະແພດໝໍໄປກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່່ເມືອງຊຽງຄໍ້ - ເຊິ່ງແມ່ນບ່ອນສ້າງຕັ້ງກອງທັບປະຊາຊົນລາວ, ຜ່ານນັ້ນຍິ່ງປະກອບສ່ວນປັບປຸງການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ເວົ້າລວມ, ກອງທັບ ແລະຂະແໜງພະລາທິການສອງປະເທດເວົ້າສະເພາະ.

leftcenterrightdel
ຄະນະປະຕິບັດງານຂອງກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄປກວດພະຍາດໃຫ້ແກ່ປະຊາຊົນລາວ. ພາບ: ຫງວຽນງັອກ.

ນັກຂ່າວ: ຂໍຮຽນສະຫາຍ, ຂໍສະຫາຍໃຫ້ຮູ້ກ່ຽວກັບຂອບຂະໜາດຂອງການປະຕິບັດງານໃນຄັ້ງນີ້ ແມ່ນຄືແນວໃດ?

ທ່ານພົນຈັດຕະວາ ຫວູບ໋າຈູງ: ແຕ່ວັນທີ 22 ຫາວັນທີ 28 ທັນວາ, ໄດ້ມີພະນັກງານ, ແພດໝໍເກືອບ 100 ຄົນ ຂອງບັນດາອົງການ, ກົມກອງ, ໂຮງໝໍຂຶ້ນກັບກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ສົມທົບກັບຖັນແຖວພະນັກງານ, ແພດໝໍ ກອງທັບປະຊາຊົນລາວ ຈັດການກວດພະຍາດໃຫ້ປະມານ 1.500 ຄົນ, ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຄອບຄົວທຸກຍາກຂຶ້ນກັບເມືອງຊຽງຄໍ້. ການເຄື່ອນໄຫວນີ້ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງກອງທັບສອງປະເທດ ຕໍ່ພໍ່ແມ່ປະຊາຊົນລາວ ບັນດາເຜົ່າທີ່ເຄີຍໄດ້ປົກປ້ອງ, ຫຼໍ່ລ້ຽງພະນັກງານ, ນັກຮົບກອງທັບປະຊາຊົນລາວ ແລະທະຫານອາສາສະໝັກຫວຽດນາມ ເພື່ອພາລະກິດປົດປ່ອຍປະເທດລາວ ໃນຊຸມເດືອນປີແຫ່ງການຕໍ່ສູ້ອັນຫຍຸ້ງຍາກລໍາບາກ, ການເສຍສະຫຼະຊີວິດ.

ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຂະແໜງພະລາທິການກອງທັບສອງປະເທດເວົ້າລວມ, ຂະແໜງເສນາຮັກກອງທັບສອງປະເທດເວົ້າ ສະເພາະພົບປະແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ ກ່ຽວກັບວິຊາການແພດສາດ ແລະວຽກງານຈັດຕັ້ງເສນາຮັກ, ຈັດຕັ້ງພະລາທິການ ແລະວຽກງານຂົນຂວາຍປະຊາຊົນຂອງກອງທັບ, ເພື່ອຈາກນັ້ນມີການເຄື່ອນໄຫວຫຼາຍຢ່າງ, ສົມທົບກັນຢ່າງມີປະສິດທິຜົນ, ແທດຈິງກວ່າອີກໃນຊຸມປິີຕໍ່ໜ້າ.

ນັກຂ່າວ: ຂໍຮຽນສະຫາຍ, ການປະຕິບັດງານໃນຄັ້ງນີ້, ກົມໃຫຍ່ພະລາທິການໄດ້ມີການກະກຽມ, ຜັນຂະຫຍາຍຄືແນວໃດ?

ທ່ານພົນຈັດຕະວາ ຫວູບ໋າຈູງ:  ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ  ໄດ້ເປັນເຈົ້າການສົມທົບກັບກົມໃຫຍ່ພະລາທິການ ກອງທັບປະເທດເພື່ອນມິດລາວ ສ້າງແຜນການຈັດຕັ້ງບັນດາການເຄື່ອນໄຫວຂໍ່ານັບຮັບຕ້ອນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ໃນນັ້ນ, ມີການເຄື່ອນໄຫວກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ໃຫ້ຄຳປຶກສາສົ່ງເສີມສຸຂະພາບ, ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນເມືອງຊຽງຄໍ້. ກົມໃຫຍ່ພະລາທິການ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງກ່ຽວຂ້ອງກະກຽມທຸກດ້ານຢ່າງຮອບຄອບຖີ່ຖ້ວນ. ຖັນແຖວພະນັກງານ, ແພດໝໍ, ພາລະກອນການແພດມີຄຸນນະທາດດ້ານການເມືອງທີ່ດີ, ມີລະດັບວິຊາສະເພາະສູງ, ນຳເອົາອຸປະກອນການແພດທີ່ທັນສະໄໝ ເພື່ອຮັບປະກັນກວດພະຍາດໃຫ້ດີໃນຫຼາຍຂະແໜງ.

ການກວດພະຍາດໃນຄັ້ງນີ້ມີຂະໜາດໃຫຍ່ພໍສົມຄວນ, ໄດ້ຈັດຕັ້ງຢູ່ຫຼາຍທ້ອງຖິ່ນໃນປະເທດເພື່ອນລາວ. ດ້ວຍເຫດນັ້ນ, ບັນດາກໍາລັງເຂົ້າຮ່ວມໄດ້ຊາບຊຶມບັນດາຫຼັກການ, ຂໍ້ກໍານົດໃນການປະຕິບັດແນວທາງການຕ່າງປະເທດຂອງພັກ, ລັດຢ່າງເລິກເຊິ່ງ; ເປັນແບບຢ່າງໃນການປະຕິບັດລະບຽບວິໄນ; ເສີມຂະຫຍາຍຈິດໃຈຮັບຜິດຊອບ, ແກ້ໄຂຄວາມຫຍຸ້ງຍາກ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງ, ຮັບປະກັນຄວາມປອດໄພໃນທຸກດ້ານ, ສ້າງຄວາມປະທັບໃຈອັນດີງາມກ່ຽວກັບສາຍພົວພັນສະໜິດຕິດພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ; ກ່ຽວກັບຮູບພາບ ແລະຄຸນນະທາດອັນສູງສົ່ງຂອງທະຫານລຸງໂຮ່.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ທູຈາງ