ລາຍການສະແດງຕ້ອນຮັບງານວາງສະແດງ.
ບັນດານັກຮົບທະຫານຊາຍແດນ ແລະໝາວິຊາການ ເຂົ້າຮ່ວມສະແດງ, ປ້ອງກັນທີ່ພິທີໄຂງານວາງສະແດງ.
ກໍາລັງທະຫານຕີພິເສດ ສະແດງທີ່ພິທີໄຂງານວາງສະແດງ.
ນັກຮົບໜຸ່ມຂອງເຫຼົ່າຮົບສື່ສານ ເປັນເຈົ້າຂອງອາວຸດຍຸດໂທປະກອນ.
ຝູງບິນ SU-30MK2 ບິນສະແດງ, ປ່ອຍລູກຈ້ອງບິນຜ່ານເຂດງານວາງສະແດງ.
ຝູງບິນເຮລີກອບເຕີ Mi ບິນສະແດງຜ່ານເຂດງານວາງສະແດງ.
ກປ.ອອນໄລ - ຕອນເຊົ້າວັນທີ 8 ທັນວາ, ພິທີໄຂງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2022 ໄດ້ດໍາເເນີນ ຢູ່ເຂດສະໜາມບິນ ຢາເລິມ, ຮ່າໂນ້ຍ ຢ່າງເປັນທາງການ.
ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2022 ດໍາເນີນໄປໃນລະຫວ່າງວັນທີ 8-10 ທັນວາ ໄດ້ດຶງດູດ 170 ກວ່າຫົວໜ່ວຍ, ວິສາຫະກິດກວ່າທີ່ມາຈາກ 30 ປະເທດໃນໂລກ ມາແນະນໍາບັນດາພາຫະນະສູ້ຮົບ, ມາດຕະການເຕັກໂນໂລຢີ, ອາວຸດຍຸດໂທປະກອນ ທີ່ນໍາໃຊ້ໃຫ້ກໍາລັງທະຫານເຮືອ, ທະຫານບົກ, ທະຫານອາກາດ-ປ້ອງກັນອາກາດ, ການສູ້ຮົບທາງອິນເຕີແນັດ ແລະບັນດາອຸປະກອນພະລາທິການ, ເຕັກນິກ.
ນອກຈາກນັ້ນ, ໃນຂອບເຂດງານວາງສະແດງ, ຄະນະຈັດຕັ້ງ ຍັງໄດ້ຈັດເຂດແນະນໍາວັດທະນະທໍາ, ອາຫານການກິນ, ເຂດວາງສະແດງດ້ວຍຫົວຂໍ້: “ເສດຖະກິດ-ປ້ອງກັນຊາດ ໃນສັງກາດດີຈີຕອນ”.
ໂດຍ: ທູຈາງ
Type the code from the image