ສຸດຈິດສຸດໃຈ, ມີຄວາມຮັບຜິດຊອບໃນວຽກງານຮັບໃຊ້ຄົນເຈັບຢູ່ໂຮງໝໍສະໜາມ ກຸ໊ຈິ
ກປ.ອອນໄລ - ໂຮງໝໍສະໜາມປິ່ນປົວພະຍາດໂຄວິດ-19 ຢູ່ກຸ໊ຈິ (ນະຄອນໂຮ່ຈີມິນ) ໄດ້ຮັບການສ້າງຕັ້ງໃນເດືອນກຸມພາ 2020. ມາຮອດປັດຈຸບັນ, ໂຮງໝໍແຫ່ງນີ້ໄດ້ຮັບ ແລະປິ່ນປົວຄົນເຈັບ 5.856 ຄົນ, ໃນນັ້ນ ມີຜູ້ຕິດເຊື້ອໄວຣັດ SARS-CoV-2 768 ຄົນ. ປະຈຸບັນ, ໂຮງໝໍກຳລັງປິ່ນປົວຄົນເຈັບ 290 ຄົນ.
ເພື່ອໜູນຊ່ວຍແພດໝໍ, ພະນັກງານການແພດຂອງໂຮງໝໍ ແລະຮັບໃຊ້, ເບິ່ງແຍງດູແລຄົນເຈັບ, ໂຮງຮຽນການທະຫານ (ກອງບັນຊາການທະຫານນະຄອນໂຮ່ຈີມິນ) ໄດ້ຈັດສົ່ງພະນັກງານ, ນັກຮົບ, ພາລະກອນການແພດຈໍານວນ 33 ຄົນລົງເຮັດວຽກຢູ່ໂຮງໝໍສະໜາມປິ່ນປົວພະຍາດໂຄວິດ-19 ນັບແຕ່ເມື່ອມີຂໍ້ຕົກລົງສ້າງຕັ້ງໂຮງໝໍ. ພະນັກງານ, ນັກຮົບຢູ່ໂຮງໝໍ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ຄວາມສ່ຽງຕິດເຊື້ອສູງ, ເຂົາເຈົ້າຮັບໃຊ້ຄົນເຈັບຢ່າງສຸດຈິດສຸດໃຈ, ເບິ່ງແຍງດູແລຊີວິດ ແລະສຸຂະພາບໃຫ້ຄົນເຈັບດ້ວຍອາລົມຈິດ, ຄວາມຮັກແພງ ແລະຄວາມຮັບຜິດຊອບຂອງທະຫານລຸງໂຮ່ “ທຸກສິ່ງທຸກຢ່າງເພື່ອປະຊາຊົນ, ເພື່ອປະຊາຄົມ”, ຮ່ວມແຮງຮ່ວມໃຈຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ.
ນັກຂ່າວໜັງສືພິມກອງທັບປະຊາຊົນອອນລາຍ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວຂອງພະນັກງານ, ນັກຮົບໂຮງຮຽນການທະຫານ (ກອງບັນຊາການທະຫານນະຄອນໂຮ່ຈີມິນ) ທີ່ພວມປະຕິບັດໜ້າທີ່ຢູ່ໂຮງໝໍສະໜາມປິ່ນປົວພະຍາດໂຄວິດ-19 ຢູ່ກຸ໊ຈິ.
ໂດຍ: ທະນາພອນ