ຫັດກາຍຍາມອະລຸນໃໝ່. ພາບ: qdnd.vn.
ຝຶກແອບຂ້າມສິ່ງກີດຂວາງ. ພາບ: qdnd.vn.
ເຂົ້າໃກ້ເປົ້າໝາຍຕີປະຕິປັກ. ພາບ: qdnd.vn.
ພະນັກງານ, ນັກຮົບທະຫານນໍ້າພິເສດຝຶກແອບຢູ່ທະເລຕາມຮູບແຖວເປັນປະຈຳ. ພາບ: qdnd.vn.
ແຕ່ລະມື້, ບັນດານັກຮົບຕ້ອງຢູ່ໃຕ້ນ້ຳເປັນຫຼາຍຊົ່ວໂມງ. ພາບ: qdnd.vn.
ເຂົາເຈົ້າຕ້ອງຝຶກແອບໃນສະພາບດິນຟ້າອາກາດທີ່ຮ້າຍແຮງ. ພາບ: qdnd.vn.
ເຖິງຢ່າງໃດກໍ່ຕາມ, ເຂົາເຈົ້າຍາມໃດກໍ່ກຽມພ້ອມແກ້ໄຂທຸກກໍລະນີອັນຕະລາຍທີ່ເກີດຂຶ້ນ. ພາບ: qdnd.vn.
ເພື່ອຮັບປະກັນໃຫ້ມີກໍາລັງກາຍ, ຄຸນນະທາດຢ່າງພຽງພໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່, ບັນດານັກຮົບຍາມໃດກໍ່ຕ້ອງຕັ້ງໜ້າຝຶກແອບດ້ານວິຊາການ. ພາບ: qdnd.vn.
ຂ້າມຂົວແມ່ນເນື້ອໃນຝຶກແອບສະເພາະຂອງທະຫານນໍ້າພິເສດ. ພາບ: qdnd.vn.
ບັນດາທະຫານພິເສດ ຝຶກຝົນຫຼໍ່ຫຼອມສຸຂະພາບ, ຄວາມສາມາດທົນທານໃນຫ້ອງເພີ່ມ, ຫຼຸດຄວາມດັນ. ພາບ: qdnd.vn.
ບັນດາພະນັກງານ, ນັກຮົບກອງພົນນ້ອຍທະຫານນໍ້າພິເສດ 5 ຈັດຕັ້ງບັນດາກິດຈະກໍາກິລາພາຍຫຼັງການຝຶກແອບ, ພາບ: qdnd.vn.
ແລະກິດຈະກໍາລະຫຼີ້ນບັນເທິງ, ວັດທະນະທໍາສິລະປະຍາມທ້າຍມື້. ພາບ: qdnd.vn.
ກປ.ອອນໄລ - ກອງພົນນ້ອຍທະຫານນໍ້າພິເສດ 5 (ເຫຼ່ົາຮົບຕີພິເສດ) ແມ່ນກໍາລັງເຄື່ອນທີ່ຂອງກະຊວງປ້ອງກັນປະເທດ, ສູ້ຮົບຕາມທິດທະເລ, ໝູ່ເກາະ; ເຮັດໜ້າທີ່ຕ້ານການກໍ່ການຮ້າຍ; ປ້ອງກັນ, ຕ້ານ, ຫຼຸດຜ່ອນໄພທໍາມະຊາດ ແລະບັນດາໜ້າທີ່ສໍາຄັນອື່ນໆ.
ດ້ວຍໜ້າທີ່ພິເສດທີ່ໄດ້ຮັບມອບໝາຍນັ້ນ, ໃນຊຸມປີຜ່ານມາ, ຄະນະພັກ, ຜູ້ບັນຊາການກອງພົນນ້ອຍຍາມໃດກໍ່ຖືເປັນສຳຄັນການຊີ້ນໍານໍາພາ, ຍົກສູງຄຸນນະພາບການຝຶກອົບຮົມ, ກຽມພ້ອມສູ້ຮົບ, ເພີ່ມທະວີຄວາມສາມາດເຄື່ອນທີ່, ຝຶກຝົນຫຼໍ່ຫຼອມເຈດຈໍານົງ, ຄຸນນະທາດ ແລະກໍາລັງກາຍໃຫ້ແກ່ທະຫານ; ພ້ອມທັງປະຕິບັດວຽກງານຄຸ້ມຄອງ, ຮັກສາລະບຽບວິໄນ, ກໍ່ສ້າງແບບແຜນກຳລັງຫຼວງ... ຕອບສະໜອງຄວາມຕ້ອງການຂອງໜ້າທີ່. ນັກຂ່າວໜັງສືພິມກອງທັບປະຊາຊົນອອນລາຍ ຂໍແນະນໍາບາງຮູບພາບກ່ຽວກັບການຝຶກອົບຮົມ, ຝຶກຝົນຫຼໍ່ຫຼອມຂອງພະນັກງານ, ນັກຮົບກອງພົນນ້ອຍທະຫານນໍ້າພິເສດ 5.
ໂດຍ: ດັ້ງເກື່ອງ
Type the code from the image