ທ່ານພັນເອກ ຮວ່າງວັນເໝິນ, ຫົວໜ້າການເມືອງທະຫານຊາຍແດນແຂວງກວ໋າງນາມ ລົງກວດກາ, ລະດົມກໍາລັງໃຈບັນດາກໍາລັງທີ່ພວມເຮັດໜ້າທີ່ຕັ້ງຄ້າຍ, ຕັ້ງດ່ານປ້ອງກັນ, ຕ້ານພະຍາດສັງກັດຄ້າຍທະຫານຊາຍແດນອາຊານ. ພາບ: qdnd.vn.
ບ່ອນຢູ່ຂອງດ່ານສະກັດກັ້ນພະຍາດ, ຄ້າຍທະຫານຊາຍແດນອານົງ. ພາບ: qdnd.vn.
ແຕ່ລະມື້, ອ້າຍນ້ອງໄດ້ຜັດປ່ຽນກັນໄປເອົານໍ້າຫ້ວຍມາໃຊ້ຢູ່ດ່ານສະກັດກັ້ນພະຍາດ. ພາບ: qdnd.vn.
ເພື່ອແບ່ງປັນຄວາມຫຍຸ້ງຍາກ, ຄ້າຍປ້ອງກັນຊາຍແດນໄດ້ຈັດພະນັກງານໄປສົ່ງທັນຍາຫານ ແລະສະບຽງອາຫານໃຫ້ແກ່ອ້າຍນ້ອງທີ່ເວນຍາມຢູ່ດ່ານສະກັດກັ້ນພະຍາດຕ່າງໆ. ພາບ: qdnd.vn.
ພວກອ້າຍຈັບມືປືນປົກປັກຮັກສາຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ດ່ານກວດກາຂອງຄ້າຍທະຫານຊາຍແດນອານົງ. ພາບ: qdnd.vn.
ການລາດຕະເວນ, ກວດກາຢ່າງແໜ້ນແຟ້ນ, ຕິດຕາມກວດກາຊາຍແດນໃນຕະຫຼອດ 24 ຊົ່ວໂມງ, ບໍ່ປະໃຫ້ປະຊາຊົນໄປມາຜ່ານຊາຍແດນຢ່າງຜິດກົດໝາຍເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າມາເຂດຊາຍແດນ. ພາບ: qdnd.vn.
ການລາດຕະເວນຢູ່ຫຼັກໝາຍຊາຍແດນ. ພາບ: qdnd.vn.
ກວດກາ, ວັດແທກອຸນຫະພູມຮ່າງກາຍໃຫ້ແກ່ປະຊາຊົນທີ່ໄປມາຜ່ານຊາຍແດນຢູ່ດ່ານກວດກາຂອງຄ້າຍທະຫານຊາຍແດນກາຣີ. ພາບ: qdnd.vn.
ທ່ານພັນເອກ ຮວ່າງວັນເໝິນ, ຫົວໜ້າການເມືອງທະຫານຊາຍແດນແຂວງກວ໋າງນາມ ມອບຂອງຂວັນ, ລະດົມກໍາລັງໃຈໃຫ້ກໍາລັງທະຫານຊາຍແດນ ແລະທະຫານລາດທີ່ພວມປະຕິບັດໜ້າທີ່ຢູ່ດ່ານກວດກາຂອງຄ້າຍທະຫານຊາຍແດນກາຣີ. ພາບ: qdnd.vn.
ທ່ານ ຫງວຽນວັນເຮີ້ຍ, ເລຂາຄະນະຊາວໜຸ່ມກຸ່ມບັນດາອົງການຂອງແຂວງກວ໋າງນາມ ມອບເຈວລ້າງມືຂ້າເຊື້ອ, ຜ້າອັດປາກໃຫ້ແກ່ໜ່ວຍປະຕິບັດງານຂອງດ່ານກວດກາ, ຄ້າຍທະຫານຊາຍແດນກາຣີ. ພາບ: qdnd.vn.
ພໍ່ແມ່ປະຊາຊົນໃນບ້ານມອບຂອງຂວັນໃຫ້ແກ່ໜ່ວຍປະຕິບັດງານຂອງດ່ານກວດກາ, ຄ້າຍທະຫານຊາຍແດນກາຣີ. ພາບ: qdnd.vn.
ກປ.ອອນໄລ - ໃນຊຸມວັນຜ່ານມາ, ຢູ່ເສັ້ນຊາຍແດນເມືອງໄຕຢາງ (ແຂວງກວ໋າງນາມ), ພະນັກງານ, ນັກຮົບທະຫານຊາຍແດນ 3 ຄ້າຍ: ອານົງ, ອາຊານ ແລະກາຣີ (ທະຫານຊາຍແດນແຂວງກວ໋າງນາມ) ໄດ້ຜັນຂະຫຍາຍ, ສົມທົບກັບທະຫານລາດທ້ອງຖິ່ນຕັ້ງຕູບ, ຕັ້ງດ່ານກວດກາ, ປ້ອງກັນ, ຕ້ານພະຍາດຢູ່ໃນປ່າ, ເວນຍາມ, ລາດຕະເວນຄວບຄຸມ, ຕິດຕາມກວດກາຊາຍແດນຕະຫຼອດ 24 ຊົ່ວໂມງ, ບໍ່ປະໃຫ້ປະຊາຊົນໄປມາຜ່ານດ່ານຊາຍແດນຢ່າງຜິດກົດໝາຍ. ດ້ວຍຈິດໃຈ “ຕ້ານພະຍາດຄືຕ້ານສັດຕູ”, ບັນດານັກຮົບທະຫານຊາຍແດນໄຕຢາງ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກລໍາບາກ, ຮ່ວມແຮງຮ່ວມໃຈພ້ອມກັບອໍານາດການປົກຄອງທ້ອງຖິ່ນປ້ອງກັນ, ຕ້ານ, ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ໃນຊຸມຊົນ, ນຳເອົາຄວາມສະຫງົບສຸກມາໃຫ້ປະຊາຊົນຢູ່ເຂດຊາຍແດນ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວຂອງທະຫານຊາຍແດນໄຕຢາງ.
ໂດຍ: ເກື່ອງດັ້ງ
Type the code from the image