ເສັ້ນທາງດ່ວນ ຮ້າລອງ-ເວິນດົ່ນ, ທ້າຍປີ 2018, ເສັ້ນທາງດ່ວນ ຮ້າລອງ-ເວິນດົ່ນ ດ້ວຍຄວາມຍາວ 60 ກິໂລແມັດ ໄດ້ເປີດການນຳໃຊ້. ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາເສັ້ນທາງແຄມທະເລສວຍງາມທີ່ສຸດຂອງຫວຽດນາມ. ພາບ: ມີງເກືອງ.
ຂົວເກິ່ມຫາຍ, ເຊື່ອມຕໍ່ນະຄອນເກິ໋ມຟ້າ ກັບເມືອງເວິນດົ່ນ ແມ່ນຕອນທາງສວຍງາມທີ່ສຸດຂອງເສັ້ນທາງດ່ວນ. ພາບ: ມີງເກືອງ.
ກິ່ວຫາຍເວິນ ຢູ່ລະຫວ່າງກາງເທື່ອທຽນເຫວ໋ ແລະດ່ານັ້ງ, ກິ່ວຫາຍເວິນ ເຄີຍໄດ້ຮັບການຄັດເລືອກຈາກໜັງສືພິມ Guardian ຂອງອັງກິດ ວ່າແມ່ນໜຶ່ງໃນບັນດາເສັ້ນທາງແຄມທະເລສວຍງາມທີ່ສຸດຢູ່ໂລກ. ພາບ: Derek Cowan.
ອ່າວລັງໂກ ທີ່ມີຊື່ສຽງຍ້ອນຄວາມທຸລະກັນດານ, ດ້ວຍຫຼາຍຕອນຄົດລ້ຽວ. ເມື່ອຂຶ້ນຮອດຈອມກິ່ວ, ນັກທ່ອງທ່ຽວອາດຈະຊົມເຫັນທັດສະນີຍະພາບທັງໝົດຂອງອ່າວລັງໂກ, ນະຄອນດ່ານັ້ງ, ທ່າກໍາປັ່ນ ຕຽນຊາ ແລະແຫຼມເຊີນຈ່າ. ພາບ: Lonely Planet.
ເສັ້ນທາງ ກາມແຣງ-ວີ້ງຮີ, ນັກທ່ອງທ່ຽວຈະໄດ້ເຫັນທັງທະເລ, ພູຜາ, ທົ່ງພຽງ, ທະເລຊາຍ ເມື່ອເດີນທາງຈາກກາມແຣງ (ແຂວງແຄ໊ງຮ່ວາ) ໄປ ວີ້ງຮີ (ແຂວງນີງທ້ວນ). ພາບ: ຫວຽນຈີ໊ນາມ
ຍາມສວຍງາມທີ່ສຸດເພື່ອທ່ຽວຫຼິ້ນຕາມເສັ້ນທາງແຄມທະເລພາກກາງແມ່ນເດືອນກໍລະກົດ, ສິງຫາ. ບົນເສັ້ນທາງນີ້ນັກທ່ອງທ່ຽວອາດຈະພັກຜ່ອນ, ຖ່າຍຮູບພ້ອມກັບທັດສະນີຍະພາບທີ່ສວຍງາມຢູ່ທີ່ນີ້. ພາບ: ຫວຽນຈີ໊ນາມ.
ເສັ້ນທາງແຄມທະເລ ກ່າໜ໊າ-ຟານຢາງ, ເສັ້ນທາງແຄມທະເລ ກ່າໜ໊າ-ຟານຢາງ (ແຂວງນີງທ້ວນ) ແມ່ນລຽບຕາມເນີນພູທີ່ຄົດລ້ຽວ, ເບື້ອງໜຶ່ງແມ່ນຝາຫີນ, ເບື້ອງໜຶ່ງແມ່ນທະເລ. ພາບ: ວັນຈ໋າຍ.
ບົນເສັ້ນທາງ, ນັກທ່ອງທ່ຽວອາດຈະສົ່ງສາຍຕາໄປທົ່ວເຂດທະເລກ່າໜ໊າທີ່ຂຽວປຽບເພັດພອຍ. ພາບ: ລີງແຊອາ.
ເສັ້ນທາງ ຟານຣີ໊ເກື໊ອ-ເບົ່າຈັ໊ງ-ມຸຍແນ໊ ທີ່ມີຊື່ສຽງດ້ວຍເສັ້ນທາງຊື່ຖັດໄປຜ່ານທະເລຊາຍກວ້າງໃຫຍ່, ເສັ້ນທາງ ຟານຣີ໊ ເກື໊ອ-ເບົ່າຈັ໊ງ-ມຸຍແນ໊ (ແຂວງບີ່ງທ້ວນ) ໄດ້ດຶງດູດນັກທ່ອງທ່ຽວຫຼາຍຄົນມາທ່ຽວຫຼິ້ນດ້ວຍທັດສະນີຍະພາບຮົກເຮື້ອຫວ່າງເປົ່າຄືດັ່ງໃນຮູບເງົາເຂດຕາເວັນຕົກປະເທດອາເມລິກາ. ພາບ: ຈ່າມີ.
ເສັ້ນທາງ ຟານຣີ໊ເກື໊ອ-ເບົ່າຈັ໊ງ-ມຸຍແນ໊ ສ້າງຄວາມປະທັບໃຈຍ້ອນຄວາມງາມແບບທຳມະຊາດຂອງຫາດຊາຍຂາວກວ້າງສຸດສາຍຕາ. ພາບ: ຈ່າມີ.
ກປ.ອອນໄລ - ລຽບຕາມເສັ້ນທາງແຄມທະເລຈາກເໜືອລົງໃຕ້ນັກທ່ອງທ່ຽວຈະມີໂອກາດໄດ້ໄປຜ່ານຫຼາຍເສັ້ນທາງສວຍງາມປຽບເໝືອນຮູບແຕ້ມ.
ໂດຍ: ກວຽດເຕິມ
Type the code from the image