ຮູບພາບເອກະສານ ກ່ຽວກັບສະຫາຍພົນເອກ ຟຸ່ງກວາງແທງ. ພາບ: qdnd.vn
ປຶ້ມ “ບຸກຂຶ້ນ” - ກ່ຽວກັບວິລະຊົນກໍາລັງປະກອບອາວຸດປະຊາຊົນ ຟຸ່ງກວາງແທງ. ພາບ: qdnd.vn
ສະຫາຍພົນເອກ ຟຸ່ງກວາງແທງ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ ແລະປະຊາຊົນຕາແສງ ແທກດ່າ ແລະປູກຕົ້ນໄມ້ທີ່ລະນຶກ. ພາບ: qdnd.vn
ການແລກປ່ຽນລະຫວ່າງສະຫາຍພົນໂທ ຟ້າມແທງເງິນ, ອະດີດກໍາມະການກົມການເມືອງ, ອະດີດຫົວໜ້າກົມໃຫຍ່ການເມືອງ ກັບການນໍາກະຊວງປ້ອງກັນປະເທດ. ພາບ: qdnd.vn
ສະຫາຍພົນເອກ ຟຸ່ງກວາງແທງ ຢູ່ທີ່ເຫດການໜຶ່ງ. ພາບ: qdnd.vn
ປະທານປະເທດ ເຈືອງເຕີ໊ນຊາງ ແລະ ພົນເອກ ຟຸ່ງກວາງແທງ ກວດກາຄວາມຄືບໜ້າການກໍ່ສ້າງທ່າເຮືອສາກົນ ກາມແຣງ (5-2015). ພາບ: qdnd.vn
ປະທານປະເທດ ເຈືອງເຕີ໊ນຊາງ ແລະພົນເອກ ຟຸ່ງກວາງແທງ ຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວພະນັກງານຢູ່ຖານທັບກາມແຣງ (5-2015). ພາບ: qdnd.vn
ສະຫາຍພົນເອກ ຟຸ່ງກວາງແທງ ແລະສະຫາຍພົນເອກ ໂງຊວນລິກ ຢ້ຽມຢາມກົມກອງທະຫານເຮືອ. ພາບ: qdnd.vn
ສະຫາຍພົນເອກ ຟຸ່ງກວາງແທງ ຢ້ຽມຢາມ, ໂອ້ລົມກັບພະນັກງານ, ລູກເຮືອຈຸກໍາປັ່ນດໍານໍ້າທີ 1 ກ່ອນທີ່ໄປຮໍ່າຮຽນຢູ່ສະຫະພັນລັດເຊຍ (26-2-2011). ພາບ: qdnd.vn
ສະຫາຍພົນເອກ ຟຸ່ງກວາງແທງ ຢ້ຽມຢາມຖາມຂ່າວບັນດານາຍທະຫານ, ລູກເຮືອກໍາປັ່ນດໍານໍ້າທະຫານເຮືອ (ຈຸທີ 2), 16-4- 2012. ພາບ: qdnd.vn
ສະຫາຍພົນເອກ ຟຸ່ງກວາງແທງ ຢ້ຽມຢາມ, ໃຫ້ກໍາລັງໃຈພະນັກງານ, ນັກບິນ, ຊ່າງເຕັກນິກຂອງກອງພົນນ້ອຍປ້ອງກັນອາກາດທະຫານເຮືອ 954 (ເດືອນ ກັນຍາ 2013). ພາບ: qdnd.vn
ສະຫາຍພົນເອກ ຟຸ່ງກວາງແທງ ຢ້ຽມຢາມ, ໃຫ້ກໍາລັງໃຈພະນັກງານ, ລູກເຮືອກອງພົນນ້ອຍກໍາປັ່ນດໍານໍ້າ 189 (ໃນວັນທີ 1 ພຶດສະພາ 2015). ພາບ: qdnd.vn
ສະຫາຍພົນເອກ ຟຸ່ງກວາງແທງ ເຂົ້າຮ່ວມພິທີກວດແຖວກຽດຕິຍົດກໍາປັ່ນທະຫານເຮືອ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງທະຫານເຮືອປະຊາຊົນຫວຽດນາມ. ພາບ: qdnd.vn
ບົດຂ່າວ “ຜູ້ບັນຊາແມ່ນຜູ້ອົງອາດກ້າຫານ” ຂອງນັກຂ່າວ ດຶກຕວ້າຍ ຂຽນກ່ຽວກັບສະຫາຍ ຟຸ່ງກວາງແທງ ທີ່ລົງໃນໜ້າທໍາອິດ ແລະ ເກືອບໝົດໜ້າ 3 ຂອງໜັງສືພິມກອງທັບປະຊາຊົນ, ສະບັບອອກວັນທີ 4 ສິງຫາ 1971. ພາບ: qdnd.vn
ກປ.ອອນໄລ - ຕາມແຫຼ່ງຂ່າວຈາກຄະນະປົກປ້ອງ, ສົ່ງເສີມສຸຂະພາບພະນັກງານຂັ້ນສູນກາງ, ສະຫາຍພົນເອກ ຟຸ່ງກວາງແທງ, ເກີດປີ 1949, ອະດີດກໍາມະການກົມການເມືອງ, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຖິງແກ່ມໍລະນະກຳ ພາຍຫຼັງເຈັບເປັນມາໄດ້ໄລຍະໜຶ່ງ. ເຖິງວ່າ ພັກ, ລັດ ແລະໝູ່ຄະນະສາດສະດາຈານ, ທ່ານໝໍໄດ້ທຳການປິ່ນປົວຈົນສຸດຄວາມສາມາດ ແລະໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລຈາກຄອບຄົວແລ້ວກໍ່ຕາມ, ແຕ່ຍ້ອນອາການເຈັບໜັກ, ສຸຂະພາບອ່ອນເພຍ, ສະຫາຍພົນເອກ ຟຸ່ງກວາງແທງ ໄດ້ເຖິງແກ່ມໍລະນະກຳໃນເວລາ 03 ໂມງ 45 ນາທີຂອງວັນທີ 11 ກັນຍາ 2021 ຢູ່ເຮືອນສ່ວນຕົວ.
ໜັງສືພິມກອງທັບປະຊາຊົນ ຂໍແນະນໍາບາງຮູບພາບກ່ຽວກັບສະຫາຍພົນເອກ ຟຸ່ງກວາງແທງ.
ໂດຍ: ໄຊຊະນະ
Type the code from the image