ພະນັກງານ, ນັກຮົບກອງພັນໃຫຍ່ 246 (ກອງພົນ 346) ເຄື່ອນທັບໄປປະຕິບັດວຽກງານຂົນຂວາຍປະຊາຊົນ. ພາບ: qdnd.vn
ກົມກອງໄດ້ລະດົມທະຫານອອກແຮງງານເກືອບ 2.000 ວັນ ເພື່ອຊ່ວຍເຫຼືອປະຊາຊົນ. ພາບ: qdnd.vn
ພະນັກງານ, ນັກຮົບກອງພັນໃຫຍ່ 246 ປະຕິບັດ “ສາມຮ່ວມ”. ພາບ: qdnd.vn
ທີ່ບ້ານກົກສະລົງ, ຕາແສງຊວນລາກ, ເມືອງເຈີ້ດົນ, ແຂວງບັ໋ກກ້ານ ສະພາບເສດຖະກິດ-ສັງຄົມຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພາບ: qdnd.vn
ກໍ່ສ້າງໃໝ່ເສັ້ນທາງເບຕົງຊົນນະບົດ 500 ແມັດ. ພາບ: qdnd.vn
ຈັດຕັ້ງການກວດ, ໃຫ້ຄຳປຶກສາສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ 234 ເທື່ອຄົນ. ພາບ: qdnd.vn
ບ້ານກົກສະລົງ ມີ 83 ຄອບຄົວ (ໃນນັ້ນ 70/83 ແມ່ນຄອບຄົວທຸກຍາກ), ສ່ວນຫຼາຍແມ່ນຊົນເຜົ່າເຮີມົງ ເຂດທີ່ຢູ່ອາໄສຂະໜາດໃຫຍ່, ເສັ້ນທາງປະສົບກັບຄວາມຫຍຸ້ງຍາກໃນການໄປມາ... ພາບ: qdnd.vn
ຈັດຕັ້ງການຕັດຜົມໃຫ້ແກ່ປະຊາຊົນທ້ອງຖິ່ນ. ພາບ: qdnd.vn
ກົມກອງໄດ້ກໍ່ສ້າງສະໜາມກິລາບານສົ່ງ ແລະລະບົບເສົາໄຟຟ້າທີ່ໃຊ້ພະລັງງານແສງຕາເວັນມີມູນຄ່າເກືອບ 13 ລ້ານດົ່ງໃຫ້ບ້ານກົກສະລົງ ; ມອບເຄື່ອງນຸ່ງອຸ່ນຫຼາຍກວ່າ 300 ຊຸດໃຫ້ປະຊາຊົນ. ພາບ: qdnd.vn
ຈັດຕັ້ງກິດຈະກໍາພົບປະແລກປ່ຽນສິລະປະ ແລະກິລາ ເພື່ອສ້າງບັນຍາກາດສະໜິດສະໜົມລະຫວ່າງທະຫານ ແລະປະຊາຊົນ. ພາບ: qdnd.vn
ກອງພັນໃຫຍ່ມອບຂອງຂວັນໃຫ້ 10 ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ແລະຫຍຸ້ງຍາກເປັນພິເສດ, ແຕ່ລະພູດມີມູນຄ່າ 500.000 ດົ່ງ. ພາບ: qdnd.vn
ກປ.ອອນໄລ - ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈໍາຊາດປີສະຫຼູ 2021, ພະນັກງານ, ນັກຮົບກອງພັນໃຫຍ່ 246 (ກອງພົນ 346) ໄດ້ເຄື່ອນທັບໄປປະຕິບັດວຽກງານຂົນຂວາຍປະຊາຊົນຢູ່ບັນດາຕາແສງຕຶກແຈງ, ດົ້ງດາດ (ຝູເລືອງ) ແລະຕາແສງກາມຣ໋າ (ນະຄອນຖ໋າຍງວຽນ) ແລະຕາແສງຊວນລາກ (ເຈີ້ດົນ, ບັ໋ກກ້ານ).
ຢູ່ບັນດາທ້ອງຖິ່ນ, ພະນັກງານ, ນັກຮົບກອງພັນໃຫຍ່ 246 ໄດ້ປະຕິບັດ “ສາມຮ່ວມ” (ຮ່ວມກິນ, ຮ່ວມຢູ່, ຮ່ວມເຮັດວຽກກັບປະຊາຊົນ). ກົມກອງລະດົມໄດ້ເກືອບ 2.000 ວັນແຮງງານຂອງທະຫານເພື່ອຊ່ວຍເຫຼືອໃຫ້ບັນດາທ້ອງຖິ່ນສ້າງເສັ້ນທາງເບຕົງໃໝ່ 500 ແມັດ; ສ້ອມແປງ, ເປີດກວ້າງທາງດ້ວຍຄວາມຍາວກວ່າ 7,4 ກິໂລແມັດ; ຂຸດຮ່ອງລະບາຍນ້ຳ, ປູກດອກໄມ້ທັງສອງຂ້າງທາງດ້ວຍຄວາມຍາວ 7 ກິໂລແມັດ ແລະສ້ອມແປງບໍລິເວນຫໍວັດທະນະທຳຢູ່ບ້ານຕ່າງໆ...
ທັງອອກແຮງງານຊ່ວຍປະຊາຊົນ, ກົມກອງທັງສົມທົບຈັດຕັ້ງການໂຄສະນາແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ, ໜ້າທີ່ການທະຫານ-ການປ້ອງກັນຊາດ ແລະພິເສດແມ່ນໂຄສະນາກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ສົມທົບກັບການຂົນຂວາຍປະຊາຊົນເກັບມ້ຽນກຳຈັດຂີ້ເຫຍື້ອ, ກິນຢູ່ຖືກຕາມຫຼັກອະນາໄມ...
ໂດຍ: ທະນາພອນ
Type the code from the image