ບັນດາ “ທະຫານລຸງໂຮ່”
ກປ.ອອນໄລ - ກວ່າໄລຍະ 3 ເດືອນຜ່ານມາ, ດ້ວຍຈິດໃຈ “ຕ້ານໂລກພະຍາດຄືຕ້ານສັດຕູ”, ບັນດາພະນັກງານ, ນັກຮົບຂອງກອງທັບປະຊາຊົນຫວຽດນາມ ບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ຄວາມສ່ຽງຕິດແປດພະຍາດ, ແມ່ນໜຶ່ງໃນບັນດາກໍາລັງແກ່ນສານ, ປະຈັນບານຢູ່ແນວໜ້າ, ພ້ອມກັບທຸກຂັ້ນ, ທຸກຂະແໜງການຕັ້ງໜ້າປະກອບສ່ວນເຂົ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ອີກເທື່ອໜຶ່ງ, ໜ້າທີ່ຂອງກອງທັບປະຊາຊົນຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງປະກອບສ່ວນເຮັດໃຫ້ຄຸນທາດອັນດີງາມຂອງ “ທະຫານລຸງໂຮ່” ໃສແຈ້ງຂຶ້ນຕື່ມໃນໄລຍະໃໝ່.
ຮູບພາບບັນດາພະນັກງານ, ນັກຮົບຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມແນວຮົບຕ້ານພະຍາດໂຄວິດ-19 ໄດ້ກາຍເປັນສັນຍາລັກແຫ່ງຄວາມສະຫວ່າງສະໄຫວ, ຝັງເລິກໃນດວງໃຈຂອງປະຊາຊົນຫວຽດນາມ ແລະເພື່ອນມິດສາກົນ. ນັ້ນແມ່ນບັນດາພະນັກງານ, ນັກຮົບທະຫານຊາຍແດນ “ກິນນ້ຳຫ້ວຍ, ນອນໃນປ່າ”, ຕັ້ງດ່ານສະກັດກັ້ນ, ລາດຕະເວນຢູ່ບັນດາດ່ານທ້ອງຖິ່ນ, ດ່ານປະເພນີເສັ້ນຕ່າງໆ ເພື່ອຄວບຄຸມດ່ານຊາຍແດນຢູ່ຕາມເສັ້ນຊາຍແດນທີ່ມີລວງຍາວນັບພັນກິໂລແມັດ ຢ່າງແໜ້ນແຟ້ນເພື່ອແນໃສ່ສະກັດກັ້ນຄວາມສ່ຽງພະຍາດອາດຈະແຜ່ລາມເຂົ້າມາປະເທດຫວຽດນາມ. ຢູ່ບັນດາສະຖານທີ່ແຍກປ່ຽວຂອງກອງທັບ, ບັນດາກົມກອງໄດ້ເປັນເຈົ້າການເສຍສະຫຼະຄ້າຍທະຫານ, ພື້ນຖານວັດຖຸ, ລະດົມກໍາລັງຮັບໃຊ້, ເບິ່ງແຍງດູແລຢ່າງລອບຄອບ, ສຸດຈິດສຸດໃຈ, ຮັບປະກັນເງື່ອນໄຂດີທີ່ສຸດໃຫ້ພົນລະເມືອງຫວຽດນາມ ແລະຊາວຕ່າງປະເທດທີ່ມາປະຕິບັດການແຍກປ່ຽວ.
ໃນດວງໃຈຂອງປະຊາຊົນຫວຽດນາມ ແຕ່ລະຄົນ ແລະເພື່ອນມິດສາກົນ, ນັ້ນແມ່ນບັນດາ “ທະຫານລຸງໂຮ່” ໄດ້ປະກອບສ່ວນຕັດສິນໃຈຍູ້ຖອຍພະຍາດໂຄວິດ-19, ປົກປ້ອງປະຊາຊົນ; ສົມເປັນບ່ອນເພິ່ງທາງດ້ານຈິດໃຈ, ເປັນບ່ອນອີງທີ່ໝັ້ນຄົງເຂັ້ມແຂງຂອງປະຊາຊົນທົ່ວປະເທດໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ເຊີດຊູເນື້ອແທ້, ມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ວິລະຊົນໃນໄລຍະໃໝ່.
ໂດຍ: ເຈິ່ນຮວ່ຽນ