ນັກຍິງປືນໃຫຍ່ທະຫານເຮືອ ດຳເນີນການຊ້ອມຍິງລູກປືນແທ້ກະກຽມຊິງ “ຂັນທະເລ”
ກປ.ອອນໄລ - ໃນຊຸມວັນຜ່ານມາ, ກອງກໍາປັ່ນ 015 ແລະ 016 ພ້ອມກັບບັນດາໜ່ວຍແຂ່ງຂັນຍິງປືນໃຫຍ່ຊິງ “ຂັນທະເລ” ໃນຂອບເຂດງານແຂ່ງຂັນກິລາການທະຫານສາກົນ (Army Games) 2021 ໄດ້ດໍາເນີນການຝຶກຊ້ອມຍິງລູກປຶືນແທ້ຢູ່ເຂດທະເລຂຶ້ນກັບນະຄອນ Vladivostok, ສະຫະພັນລັດເຊຍ.
ເຖິງວ່າອາກາດຜັນແປຢ່າງສັບສົນ, ແຕ່ຍ້ອນມີການຝຶກແອບຢູ່ພາຍໃນປະເທດຢ່າງລະອຽດລະອໍ ແລະຊຳນິຊຳນານ, ພ້ອມທັງ, ມີການໄຈ້ແຍກ, ຄິດໄລ່ເງື່ອນໄຂຕົວຈິງ, ອາກາດບົນທະເລຢູ່ປະເທດເພື່ອນຢ່າງລະອຽດພ້ອມກັບການກະກຽມອາວຸດຍຸດໂທປະກອນຢ່າງລະອຽດລະອໍ, ຄົບຊຸດ, ບັນດານັກຍິງປືນໄດ້ດຳເນີນການຍິງປືນໃຫຍ່ຖືກເວລາ, ໄດ້ຮັບຜົນງານສູງສຸດ. ໃນການຍິງປືນໃຫຍ່ AK 176, ກໍາປັ່ນ 015 ແລະ ກຳປັ່ນ 016 ໄດ້ດຳເນີນການຍິງປືນໃຫຍ່ AK 3 ຮອບໃສ່ເປົ້າໝາຍມີໄລຍະຫ່າງ 9km, ໄດ້ຮັບຜົນສູງສຸດກ່ຽວກັບເວລາ ແລະເປົ້າໝາຍ...
ພາຍຫຼັງສິ້ນສຸດການຊ້ອມຍິງລູກປືນແທ້ຢູ່ທະເລ, ການນຳ, ຜູ້ບັນຊາຄະນະປະຕິບັດງານ ແລະຄະນະພັກ, ການນຳກອງພົນນ້ອຍ 162, ທະຫານເຮືອເຂດ 4 ໄດ້ຍ້ອງຍໍ, ຊົມເຊີຍກອງກຳປັ່ນ, ນັກຍິງປືນ, ພ້ອມທັງໃຫ້ກຳລັງໃຈສົ່ງເສີມນັກຍິງປືນມີຄວາມຕັດສິນໃຈ, ມານະພະຍາຍາມກວ່າອີກເພື່ອບັນລຸຜົນງານສູງສຸດໃນການແຂ່ງຂັນຈະມາເຖິງ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການຊ້ອມຍິງລູກປືນໃຫຍ່ຢູ່ທະເລຂອງບັນດານັກຍິງປືນໃຫຍ່ທະຫານເຮືອປະຊາຊົນ ຫວຽດນາມ ກ່ອນການແຂ່ງຂັນຈະມາເຖິງ.
ໂດຍ: ແສງເດືອນ