ຮູບພາບທາງບ້ານນາໃນຍາມເກັບກ່ຽວ. ພາບ: nhandan.vn.
ບັນດາທ້ອງຖິ່ນ, ຄື: ເທດສະບານ ເຊີນໄຕ, ເມືອງຝຸກເຖາະ, ແທກເທິ໊ດ... ກໍາລັງກ້າວເຂົ້າສູ່ລະດູການເກັບກ່ຽວເຂົ້ານາ. ພາບ: nhandan.vn.
ລະດູການເກັບກ່ຽວເຂົ້ານາ. ພາບ: nhandan.vn.
ຂະແໜງກະສິກໍາ ແລະບັນດາທ້ອງຖິ່ນ ກໍາລັງຜັນຂະຫຍາຍວິທີການເກັບກ່ຽວເຂົ້ານາທັງຮັບປະກັນປ້ອງກັນ, ຕ້ານພະຍາດໂຄວິດ-19, ເພື່ອນໍາມາເຊິ່ງປະສິດທິຜົນສູງສຸດ. ພາບ: nhandan.vn.
ທາງບ້ານນາເຕັມໄປດ້ວຍເຟືອງເຂົ້າທີ່ເຫຼືອງເຫຼື້ອມ. ພາບ: nhandan.vn.
ຮູບພາບທີ່ສະຫງົບສຸກໃນເຂດບ້ານນາ. ພາບ: nhandan.vn.
ທາງບ້ານສາຍນ້ອຍໆເຕັມໄປດ້ວຍເຟືອງເຂົ້າຄຽງຂ້າງຝາຫີນໜາມໜໍ່ທີ່ເກົ່າແກ່ຢູ່ເມືອງແທກເທິ໊ດ (ຮ່າໂນ້ຍ). ພາບ: nhandan.vn.
ໃນຍາມເຂົ້າສຸກເຫຼືອງ, ຢູ່ຕາມສາຍທາງຕ່າງໆໃນບ້ານເດືອງເລິມ, ເທດສະບານ ເຊີນໄຕ (ຮ່າໂນ້ຍ), ເຮົາຈະເຫັນເຟືອງຕາກເຕັມທາງ. ພາບ: nhandan.vn.
ຊາວນາ ຕາກເຂົ້າຢູ່ເດີນສາລາ. ພາບ: nhandan.vn.
ກປ.ອອນໄລ - ໃນຈຸດເວລານີ້, ຫຼາຍທ້ອງຖິ່ນຢູ່ຊານນະຄອນຮ່າໂນ້ຍ ກໍາລັງກ້າວເຂົ້າສູ່ລະດູການເກັບກ່ຽວເຂົ້ານາ. ຢູ່ຕາມເສັ້ນທາງຕ່າງໆໃນເຂດບ້ານນາ, ເຮົາຈະເຫັນແຕ່ເຟືອງເຂົ້າທີ່ຕາກເຕັມທາງ ເຊິ່ງແມ່ນຄວາມເປັນເອກະລັກສະເພາະຂອງລະດູໃບໄມ້ຫຼົ່ນຢູ່ເຂດທົ່ງພຽງພາກເໜືອ.
ໂດຍ: ໄຊຊະນະ
Type the code from the image