ທ່ານໝໍ ຫງວຽນທິແທງມາຍ, ທີມແພດທະຫານ ຍາດໄດ້ຫຼຽນທອງ ແລະໄດ້ຮັບຂັນຂອງການແຂ່ງຂັນຂອງແພດທະຫານຍິງ. ພາບ: qdnd.vn.
ທ່ານໝໍ ຫງວຽນທິແທງມາຍ ແລະທີມແພດທະຫານທີ່ການແຂ່ງຂັນປະເພດແພດທະຫານຕໍ່ກໍາລັງແຮງຢູ່ອຸຊເບກິສຖານ. ພາບ: qdnd.vn.
ເພື່ອນຮ່ວມກົມກອງອວຍພອນທີມແຕ່ງກິນ ຍາດໄດ້ຜົນງານສູງກວ່າປີກາຍ, ເມື່ອໄດ້ເຂົ້າຮ່ວມການແຂ່ງຂັນຮອບສຸດທ້າຍ. ພາບ: qdnd.vn.
ຮອຍຍິ້ມໄຊຊະນະຂອງທ່ານພັນເອກພິເສດ ຟານຫາຍລອງ, ຮອງຫົວໜ້າເສນາທິການເຫຼົ່າຮົບລົດຕັງຍານເກາະ, ຫົວໜ້າທີມລົດຕັງຫວຽດນາມ. ພາບ: qdnd.vn.
ທ່ານພົນຈັດຕະວາ ຫງວຽນຄັ໊ກນາມ ມອບດອກໄມ້ໃຫ້ທ່ານ ຟານຫາຍລອງ ຫົວໜ້າທີມລົດຕັງຫວຽດນາມ. ພາບ: qdnd.vn.
ທ່ານພົນຈັດຕະວາ ຫງວຽນຄັ໊ກນາມ ມອບດອກໄມ້ໃຫ້ບັນດາສະມາຊິກຂອງທີມລົດຕັງ. ພາບ: qdnd.vn.
ທ່ານພັນເອກພິເສດ ຫງວຽນດຶກຢີງ ມອບດອກໄມ້ໃຫ້ແກ່ບັນດາສະມາຊິກຂອງຫົວໜ້າທີມລົດຕັງຫວຽດນາມ. ພາບ: qdnd.vn.
ທີມລົດຕັງຫວຽດນາມ ຖ່າຍຮູບລວມກັບຜູ້ບັນຊາການ ແລະພະນັກງານຂອງເຫຼົ່າຮົບ. ພາບ: qdnd.vn.
ທ່ານພັນໂທ ຫງວຽນວັນຕ໊ວນ, ຫົວໜ້າທີມກູ້ໄພກູ້ຊີບ. ທີມກູ້ໄພກູ້ຊີບຍາດໄດ້ຫຼຽນທອງທີ່ຄັ້ງທໍາອິດເຂົ້າຮ່ວມການແຂ່ງຂັນ Army Games 2019. ພາບ: qdnd.vn.
ນັກສິລະປິນ ຫງວຽນທິໝີລິງ ຍາດໄດ້ລາງວັນທີ 1 ທີ່ການສະແດງສິລະປະຟ້ອນ ແລະນັກສິລະປິນ ຫງວຽນຢຸຍທິ້ງ ຍາດໄດ້ລາງວັນທີ 1 ທີ່ການສະແດງດົນຕີ. ພາບ: qdnd.vn.
ກປ.ອອນໄລ - ວັນທີ 19 ສິງຫາ, ບັນດາທີມຂຶ້ນກັບຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2019 ໄດ້ກັບເມືອຮອດຮ່າໂນ້ຍ, ພາຍຫຼັງສິ້ນສຸດການແຂ່ງຂັນດ້ວຍຜົນສໍາເລັດທີ່ງານແຂ່ງຂັນການທະຫານສາກົນໃຫຍ່ແຖວໜ້າຂອງໂລກໂດຍສະຫະພັນລັດເຊຍ ເປັນປະເທດເຈົ້າພາບຮ່ວມກັບ 9 ປະເທດຕ່າງໆ ຈັດຕັ້ງ. ກ່ອນໜ້ານັ້ນ, ທີມຊ່າງແສງທີ່ຍາດໄດ້ຫຼຽນທອງ ແລະທີມຍິງບັ່ນທອນລອດເຂົ້າຮອບທີ 2 ຂອງການແຂ່ງຂັນກໍ່ໄດ້ກັບເມືອປະເທດ.
ທ່ານພົນຈັດຕະວາ ຫງວຽນຄັ໊ກນາມ, ຜູ້ບັນຊາການເຫຼົ່າຮົບ ແລະທ່ານພັນເອກພິເສດ ຫງວຽນດຶກຢີງ, ຫົວໜ້າການເມືອງເຫຼົ່າຮົບລົດຕັງຍານເກາະ ພ້ອມກັບບັນດາພະນັກງານໃນເຫຼົ່າຮົບໄດ້ຈັດຕັ້ງພິທີຕ້ອນຮັບທີມລົດຕັງຫວຽດນາມ ຢູ່ສະໜາມບິນສາກົນໂນ້ຍບ່າຍ. ທີມລົດຕັງບັນລຸໄດ້ລາງວັນທີສອງທີ່ການແຂ່ງຂັນລົດຕັງເຄື່ອນທີ່ຍິງເປົ້າໝາຍ, ເຊິ່ງແມ່ນຜົນງານສູງທີ່ສຸດໃນບັນດາທີມເຂົ້າຮ່ວມການແຂ່ງຂັນທາງການທະຫານ.
ນີ້ແມ່ນຄັ້ງທີ 2 ທີ່ຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2019 ແລະບັນລຸໄດ້ຜົນງານສູງກວ່າເມື່ອທຽບໃສ່ການເຂົ້າຮ່ວມຄັ້ງທໍາອິດ. ທຸກທີມລ້ວນແຕ່ຜ່ານການແຂ່ງຂັນຮອບທຳອິດ, ສືບຕໍ່ແຂ່ງຂັນໃນຮອບຕໍ່ໄປ ແລະບັນດາທີມສ່ວນຫຼາຍໄດ້ຮັບລາງວັນ, ປະກອບສ່ວນຢັ້ງຢືນກໍາລັງແຮງຂອງກອງທັບປະຊາຊົນຫວຽດນາມ ທີ່ການແຂ່ງຂັນສາກົນ. ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບັນດາຮູບພາບຂອງທີມຈໍານວນໜຶ່ງຢູ່ສະໜາມບິນສາກົນໂນ້ຍບ່າຍ ແລະຮູບພາບທີ່ພິທີມອບຮັບລາງວັນ.
ໂດຍ: ຈາງຫງວຽນ
Type the code from the image