ບັນດາພະນັກງານ, ນັກຮົບກອງພັນເຄມີ, ກອງເສນາທິການທະຫານເຂດ 9 ຕົບແຕ່ງ, ປະດັບປະດາສະໂມສອນກະກຽມໃຫ້ແກ່ການເລືອກຕັ້ງ. ພາບ: qdnd.vn.
ກອງພັນເຄມີ ແມ່ນເຂດເລືອກຕັ້ງທີ 8, ຕາແສງຈ່າອານ, ເມືອງບິ່ງທຸ໋ຍ, ນະຄອນເກິ່ນເທີ. ພາບ: qdnd.vn.
ກອງພັນເຄມີ ສີດຢາຂ້າເຊື້ອຕາມເຂດເລືອກຕັ້ງ. ພາບ: qdnd.vn.
ພະນັກງານ, ນັກຮົບກອງພົນ 330 ຕິດປ້າຍຄໍາຂວັນ, ປ້າຍໂຄສະນາໃຫ້ວັນເລືອກຕັ້ງ. ພາບ: qdnd.vn.
ປະຕິບັດສຳເລັດທຸກວຽກງານກະກຽມຂອງກອງພົນ 330. ພາບ: qdnd.vn.
ພະນັກງານ, ນັກຮົບກອງພົນ 330 ຊອກຮູ້ປະຫວັດຂອງຜູ້ອອກສະໝັກເລືອກຕັ້ງ. ພາບ: qdnd.vn.
ຊຸມວັນຜ່ານມາ, ກອງບັນຊາການທະຫານເຂດ 9 ກໍ່ຈັດສົ່ງຄະນະປະຕິບັດງານໄປກວດກາວຽກງານເລືອກຕັ້ງຢູ່ຕາມກົມກອງຕ່າງໆ. ພາບ: qdnd.vn.
ຫົວໜ້າກອງບັນຊາການທະຫານເຂດ 9 ກວດກາວຽກງານກະກຽມການເລືອກຕັ້ງຢູ່ກອງພົນນ້ອຍລົດຕັງຍານເກາະ 416. ພາບ: qdnd.vn.
ສີດຢາຂ້າເຊື້ອອ້ອມຄ້າຍທະຫານ, ເຂດເລືອກຕັ້ງຢູ່ກອງພັນເຄມີ, ກອງບັນຊາການທະຫານເຂດ 9. ພາບ: qdnd.vn.
ພະນັກງານ, ນັກຮົບກອງພົນນ້ອຍປືນໃຫຍ່ປ້ອງກັນອາກາດ 226 ເຕືອນສັນຍານກຽມພ້ອມສູ້ຮົບ. ພາບ: qdnd.vn.
ກປ.ອອນໄລ - ພ້ອມກັບທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ, ໃນຊຸມວັນນີ້, ບັນດາອົງການ, ກົມກອງກໍາລັງປະກອບອາວຸດຂອງທະຫານເຂດ 9 ກໍາລັງສຸມໃສ່ປະຕິບັດທຸກວຽກງານຮັບໃຊ້ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026.
ດ້ວຍການຊີ້ນໍາຢ່າງໃກ້ຊິດຕິດແທດຂອງພະນັກງານທຸກຂັ້ນ; ດ້ວຍຈິດໃຈຢ່າງຮີບດ່ວນ, ເຂັ້ມງວດ ແລະມີຄວາມຮັບຜິດຊອບສູງຂອງຄະນະພັກ, ຜູ້ບັນຊາການ, ກໍາລັງປະກອບອາວຸດທະຫານເຂດ 9 ໄດ້ກຽມຈິດໃຈພ້ອມກັບກົມກອງໃນທົ່ວກອງທັບ ແລະທົ່ວປະເທດຄັດເລືອກເອົາຜູ້ແທນທີ່ມີຄວາມເໝາະສົມເພື່ອເປັນຕົວແທນໃຫ້ເຈດຈໍານົງ, ຄວາມມຸ່ງຫວັງ ແລະສິດເປັນເຈົ້າຂອງປະຊາຊົນເຂົ້າໃນສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ.
ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວວຽກງານກະກຽມເລືອກຕັ້ງຢູ່ຕາມກົມກອງຂອງທະຫານເຂດ 9.
ໂດຍ: ດັ້ງເກື່ອງ
Type the code from the image