ພະນັກງານ, ນັກຮົບກອງພັນທີ 6, ກອງພັນໃຫຍ່ທີ 5, ກອງພົນທີ 5 ເຮັດໂຄມໄຟ. ພາບ: qdnd.vn
ພະນັກງານ, ນັກຮົບກອງພັນທີ 6, ກອງພັນໃຫຍ່ທີ 5, ກອງພົນທີ 5 ແລະພະນັກງານ, ນັກຮົບເມືອງບິ່ງແທ້ງ, ນະຄອນໂຮ່ຈີມິນ ເຮັດໂຄມໄຟດວງດາວ. ພາບ: qdnd.vn
ກຸ່ມຜ່າໄມ້ໄຜ່ ແລະເຮັດໂຄງໂຄມໄຟ. ພາບ: qdnd.vn
ກຸ່ມຕິດເຈ້ຍສີ ແລະເຮັດສຳເລັດໂຄມໄຟດວງດາວ. ພາບ: qdnd.vn
ໜູນຊ່ວຍກັນສ້າງໂຄງໂຄມໄຟດວງດາວໃຫ້ໝັ້ນແກ່ນ. ພາບ: qdnd.vn
ຫຼື ໃຊ້ປືນກາວເພື່ອເຊື່ອມຕໍ່ຂໍ້ຕໍ່ຂອງໂຄງໂຄມໄຟ. ພາບ: qdnd.vn
ທະຫານຂອງກອງພັນທີ 6, ກອງພັນໃຫຍ່ທີ 5, ກອງພົນທີ 5 ແລະຊາວໜຸ່ມສະແດງຄວາມເບີກບານມ່ວນຊື່ນເມື່ອໄດ້ເຮັດໂຄມໄຟ ເພື່ອມອບໃຫ້ເດັກນ້ອຍດ້ອຍໂອກາດຢູ່ເຂດລະບາດພະຍາດໂຄວິດ-19. ພາບ: qdnd.vn
ທະຫານຂອງກອງພັນທີ 6, ກອງພັນໃຫຍ່ທີ 5, ກອງພົນທີ 5 ພ້ອມກັບພະນັກງານບັນດາພະແນກການ, ຂະແໜງການຂອງທ້ອງຖິ່ນ, ຜູ້ໃຈບຸນໃຈກຸສົນມອບໂຄມໄຟ ແລະເຂົ້າໜົມໄຫວ້ພະຈັນໃຫ້ເດັກນ້ອຍດ້ອຍໂອກາດຢູ່ໃນຕາແສງ 7, ເມືອງບິ່ງແທ້ງ, ນະຄອນໂຮ່ຈີມິນ. ພາບ: qdnd.vn
ກປ.ອອນໄລ - ທຸກສິ່ງທຸກຢ່າງເພື່ອເດັກນ້ອຍທີ່ຮັກແພງ, ຍາດເວລາພັກຜ່ອນໃນຊຸມວັນປະຕິບັດໜ້າທີ່ໜູນຊ່ວຍນະຄອນໂຮ່ຈີມິນ ປ້ອງກັນ, ຕ້ານພະຍາດໂຄວິດ-19, ພະນັກງານ, ນັກຮົບກອງພົນທີ 5 (ທະຫານເຂດ 7) ໄດ້ເປັນເຈົ້າການສົມທົບກັບພະນັກງານ, ຊາວໜຸ່ມບັນດາພະແນກການ, ຂະແໜງການ, ຜູ້ໃຈບຸນໃຈກຸສົນເຮັດໂຄມໄຟ, ຂະໜົມໄຫວ້ພະຈັນກວ່າ 10.000 ອັນ ເພື່ອມອບໃຫ້ເດັກນ້ອຍດ້ອຍໂອກາດ.
ນັກຂ່າວໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບກິດຈະກໍາທີ່ມີຄວາມໝາຍຂອງທະຫານກອງພົນທີ 5 ເມື່ອເຮັດໂຄມໄຟ ແລະເຂົ້າໜົມໄຫວ້ພະຈັນໃຫ້ເດັກນ້ອຍດ້ອຍໂອກາດຢູ່ເຂດລະບາດພະຍາດໂຄວິດ-19 ທີ່ນະຄອນໂຮ່ຈີມິນ:
ໂດຍ: ທະນາພອນ
Type the code from the image