ແພດທະຫານຍິງ ເບິ່ງແຍງດູແລຄົນເຈັບທີ່ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍກາງສະໜາມ ຕິດແປດທີ 2, ກະຊວງປ້ອງກັນປະເທດ ຢູ່ແຂວງບັກຢາງ. ພາບ: qdnd.vn
ບໍ່ວ່າຍາມຝົນຕົກ ຫຼື ແດດອອກ, ກໍາລັງປ້ອງກັນຕົວເພດຍິງ ໄດ້ສົມທົບກັບກໍາລັງຕ່າງໆຢູ່ປ້ອມຄວບຄຸມ, ປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: qdnd.vn
ທະຫານຍິງສັງກັດຢູ່ກອງບັນຊາການທະຫານນະຄອນບັກຢາງ ລະດົມກໍາລັງໃຈໃຫ້ພວກຫຼານນ້ອຍກ່ອນຈະໝົດເວລາໃນການແຍກປ່ຽວ. ພາບ: qdnd.vn
ຄວາມເອື້ອເຟື້ອເຜື່ອແຜ່ຂອງທະຫານຍິງ ຊ່ວຍໃຫ້ຜູ້ທີ່ໄດ້ສໍາຜັດ ແລະໃກ້ຊິດກັບຜູ້ທີ່ຕິດເຊື້ອ (F1), ພິເສດແມ່ນເດັກນ້ອຍ ແລະຜູ້ສູງອາຍຸມີຄວາມເຊື່ອໝັ້ນຕື່ມອີກ, ອຸ່ນອ່ຽງໃຈປະຕິບັດຕາມຂໍ້ກໍານົດຂອງສູນຈໍາກັດບໍລິເວນ. ພາບ: qdnd.vn
ຄາບເຂົ້າທີ່ຮັບໃຊ້ໃຫ້ຜູ້ມາແຍກປ່ຽວຢູ່ໃນສູນໄດ້ມີການປະກອບສ່ວນອັນໃຫຍ່ຫຼວງຂອງທະຫານຍິງ. ພາບ: qdnd.vn
ບໍ່ພຽງແຕ່ເຮັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ເທົ່ານັ້ນ, ທະຫານຍິງ ຍັງຕັ້ງໜ້າໜູນຊ່ວຍປະຊາຊົນເກັບກ່ຽວຜົນຜະລິດໃນສະພາບພະຍາດໂຄວິດ-19. ທະຫານຍິງຕາແສງຟຸກຮວ່າ (ເຕິນອຽນ, ບັກຢາງ) ຊ່ວຍປະຊາຊົນເກັບກ່ຽວໝາກລິ້ນຈີ່. ພາບ: qdnd.vn
ທະຫານຍິງ ພ້ອມກັບປະຊາຊົນຕາແສງແຢງຖັ໊ງ (ຮຽບຮວ່າ, ບັກຢາງ) ເກັບກ່ຽວໝາກຖົ່ວດິນ. ພາບ: qdnd.vn
ການຊ່ວຍເຫຼືອຢ່າງທັນການຂອງເອື້ອຍນ້ອງທະຫານຍິງ ໃນຂະນະທີ່ຫຼາຍຄອບຄົວ ບໍ່ສາມາດເກັບກ່ຽວຜົນຜະລິດໄດ້ຍ້ອນປະຕິບັດການຮັກສາໄລຍະຫ່າງໃນສັງຄົມ ແລະຖືກແຍກປ່ຽວ. ພາບ: qdnd.vn
ຂອງຂວັນເຖິງຈະນ້ອຍແຕ່ກໍ່ເປັນການລະດົມກໍາລັງໃຈຢ່າງທັນການໃຫ້ແກ່ຄອບຄົວທີ່ກໍາລັງກັກຕົວຢູ່ໃນບ້ານຕ່າງໆ. ພາບ: qdnd.vn
ເຮັດວຽກແມ່ນການສະແດງໃຫ້ເຫັນການຕັດສິນໃຈໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: qdnd.vn
ກປ.ອອນໄລ - ໃນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 4 ຢູ່ບັນດາແຂວງບັກນິງ, ບັກຢາງ, ຄຽງບ່າຄຽງໄຫຼ່ພ້ອມກັບບັນດາກໍາລັງ ປ້ອງກັນ, ຕ້ານພະຍາດໂຄວິດ-19, ທະຫານຍິງ ຍາມໃດກໍຢູ່ດ່ານໜ້າ, ມີໜ້າຢູ່ຈຸດເຄ່ັງຮ້ອນທີ່ສຸດເພື່ອຊ່ວຍໃຫ້ອໍານາດການປົກຄອງທ້ອງຖິ່ນ ແລະປະຊາຊົນຕໍ່ສູ້ກັບສັດຕູໂຄວິດ-19.
ຮູບພາບຈາກທະຫານຍິງ, ກໍາລັງປ້ອງກັນຕົວເພດຍິງ ໂດຍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19, ໄດ້ມີໜ້າຢູ່ດ່ານໜ້ານັ້ນແມ່ນສັນຍາລັກອັນດີງາມ ເຊິ່ງບໍ່ພຽງແຕ່ເປັນຂອງແມ່ຍິງຫວຽດນາມ ດ້ວຍຈິດໃຈ “ເສິກເຂົ້າບ້ານ ຜູ້ຍິງກໍ່ຕີຕ້ານ” ເທົ່ານັ້ນ, ຫາກຍັງເປັນແບບຢ່າງຂອງທະຫານລຸງໂຮ່ ເພື່ອຮັບໃຊ້ປະຊາຊົນອີກດ້ວຍ. ໄປພ້ອມກັບຄວາມສຸດໃຈ, ສຸດກຳລັງທີ່ມີຕໍ່ວຽກງານ ແລະຮອຍຍິ້ມທີ່ຍິ້ມແຍ້ມແຈ່ມໃສຂອງທະຫານຍິງນັ້ນໄດ້ເຮັດໃຫ້ເຂົາເຈົ້າກາຍເປັນ “ອາ ເຕິ໊ມ” ຢູ່ໃນຈຸດແຜ່ລະບາດ.
ໂດຍ: ໄຊຊະນະ
Type the code from the image