ພິທີເຄົາລົບທຸງທີ່ພິທີສົ່ງຄະນະໄປປະຕິບັດໜ້າທີ່. ພາບ: qdnd.vn.
ທ່ານພົນຈັດຕະວາ ຮວ່າງກິມຝຸ້ງ ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ແລະທ່ານພົນຈັດຕະວາ. ຮສຈ. ປອ. ທ່ານໝໍປະຊາຊົນ ຫງວຽນຮົ່ງເຊີນ ຫົວໜ້າໂຮງໝໍກອງທັບ 175 (ກະຊວງປ້ອງກັນປະເທດ) ນໍາໜ້າຄະນະພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ອອກເດີນທາງ. ພາບ: qdnd.vn.
ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂຶ້ນເຮືອບິນ C-17. ພາບ: qdnd.vn.
ຫຼາຍຄອບຄົວໄດ້ມາສົ່ງພະນັກງານ, ພາລະກອນອອກເດີນທາງຄັ້ງ 1. ພາບ: qdnd.vn.
ກ່ອນທີ່ເດີນທາງໄປຍັງຊູດັງໃຕ້, ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ໄດ້ຮັບການຝຶກແອບທາງດ້ານຄວາມຮູ້, ພາສາຕ່າງປະເທດ ແລະກໍ່ສ້າງເຈດຈໍານົງຕັດສິນໃຈສູງ. ພາບ: qdnd.vn
ການນໍາບັນດາກົມກອງ, ຜູ້ແທນຖ່າຍຮູບທີ່ພິທີສົ່ງ. ພາບ: qdnd.vn.
ພະນັກງານ, ພາລະກອນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3, ຄັ້ງ 1 ຖ່າຍຮູບພ້ອມກັບຜູ້ແທນກ່ອນເວລາອອກເດີນທາງ. ພາບ: qdnd.vn.
ທະຫານຍິງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໝັ້ນໃຈອອກເດີນທາງ. ພາບ: qdnd.vn.
ຜູ້ຕາງໜ້າໂຮງໝໍກອງທັບ 175 ມອບດອກໄມ້ຂອບໃຈທ່ານເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ. ພາບ: qdnd.vn.
ທະຫານຍິງອອກເດີນທາງຄັ້ງ 1 ຖ່າຍຮູບພ້ອມກັບບັນດາຜູ້ແທນ. ພາບ: qdnd.vn.
ທຸງຊາດຫວຽດນາມ ແລະທຸງ ສປຊ ປິວສະບັດຢູ່ຕໍ່ໜ້າປະຕູເຮືອບິນ C-17. ພາບ: qdnd.vn.
ເວລາ 18 ໂມງ 20 ນາທີ, ເຮືອບິນ C-17 ໄດ້ບິນຂຶ້ນຈາກສະໜາມບິນສາກົນເຕິນເຊີນເຍິດ. ພາບ: qdnd.vn.
ກປ.ອອນໄລ - ເວລາ 18 ໂມງ 20 ນາທີ, ວັນທີ 24 ມີນາ, ເຮືອບິນຂົນສົ່ງການທະຫານ C-17 ຂອງທະຫານອາກາດລາດຊະວົງອົດສະຕາລີ ໄດ້ບິນຂຶ້ນຈາກສະໜາມບິນສາກົນເຕິນເຊີນເຍິດເພື່ອໂດຍສານພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3, ຄັ້ງທີ 1 ອອກເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້.
ທີ່ພິທີສົ່ງ, ບັນດາສະຫາຍການນໍາທຸກຂັ້ນໄດ້ອວຍພອນພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ອອກເດີນທາງຄັ້ງ 1 ມີຄວາມໂຊກດີ, ແຂງແຮງ, ແຂ່ງຂັນກັນສ້າງຜົນງານດີເດັ່ນຫຼາຍຢ່າງ. ພ້ອມທັງປາດຖະໜາວ່າບັນດາພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ ຍາມໃດກໍ່ສາມັກຄີກັນ, ຮັກແພງກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ເສີມຂະຫຍາຍຄຸນທາດທະຫານລຸງໂຮ່ ເພື່ອຮັກສາ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້.
ໜັງສືພິມກອງທັບປະຊາຊົນອອນລາຍ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບການອອກເດີນທາງໄປປະຕິບັດໜ້າທີ່ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3.
ໂດຍ: ດັ້ງເກື່ອງ
Type the code from the image