ທ່ານພົນຈັດຕະວາ ຮ່າເທາະບິ່ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານ ເຂດ 4 ແລກປ່ຽນກັບກໍາລັງນັກບິນບໍລິສັດເຮືອບິນເຮລີກອັບແຕພາກເໜືອກ່ອນທີ່ດໍາເນີນວຽກງານກູ້ໄພ. ພາບ: ຊວນຢ໊ຽນ.
ສະຖານທີ່ກໍາປັ່ນ Vietship 01 ປະສົບອຸບັດຕິເຫດ. ພາບ: ຊວນຢ໊ຽນ.
ເຮືອບິນເຮລີກອັບແຕຂອງກອງພົນ 18 ປະຕິບັດການບິນນຳສົ່ງສະມາຊິກກໍາປັ່ນເຂົ້າຝັ່ງ. ພາບ: ຊວນຢ໊ຽນ.
ທະຫານເຮືອພິເສດ 3 ຄົນປະຕິບັດການກູ້ໄພສະມາຊິກ. ພາບ: ຊວນຢ໊ຽນ.
ກໍາປັ່ນຫາປາຂອງປະຊາຊົນພ້ອມກັນເຂົ້າຮ່ວມການຊອກຫາ, ກູ້ໄພ, ກູ້ຊີບ. ພາບ: ຊວນຢ໊ຽນ.
ກໍາປັ່ນ 952, ກອງພັນນ້ອຍ 161 ທະຫານເຮືອເຂດ 3 ເຂົ້າຮ່ວມການຊອກຫາ ສະມາຊິກທີ່ຫາຍສາບສູນ. ພາບ: ຊວນຢ໊ຽນ.
ນໍາສົ່ງບັນດາສະມາຊິກກໍາປັ່ນໄປທຳການສຸກເສີນ. ພາບ: ຊວນຢ໊ຽນ.
ເບິ່ງແຍງດູ ແລສຸຂະພາບໃຫ້ບັນດາສະມາຊິກກຳປັ່ນ. ພາບ: ຊວນຢ໊ຽນ.
ກປ.ອອນໄລ - ວັນທີ 11 ຕຸລາ, ວຽກງານກູ້ໄພ, ກູ້ຊີບບັນດາສະມາຊິກກໍາປັ່ນ Vietship 01 ຖືກຈົມນໍ້າຢູ່ທ່າກໍາປັ່ນເກື໋ອຫວຽດ, ແຂວງກວ໋າງຈິ ໄດ້ສິ້ນສຸດລົງ.
ປະຈຸບັນສະມາຊິກແຕ່ລະຄົນກໍາລັງໄດ້ຮັບການປະຖົມພະຍາບານ ແລະນຳສົ່ງໄປໂຮງໝໍແຂວງກວ໋າງຈິ ເພື່ອກວດສຸຂະພາບ ແລະປິ່ນປົວ. ໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ຂໍແນະນໍາບາງຮູບພາບຂອງກໍາລັງປະກອບອາວຸດເຂົ້າຮ່ວມການກູ້ໄພ, ກູ້ຊີບກໍາປັ່ນ Vietship 01 ໃນຊຸມວັນຜ່ານມາ.
ໂດຍ: ເກື່ອງດັ້ງ
Type the code from the image