ຄ້າຍທະຫານຊາຍແດນເຍີນໂຮ້ຍ ວັດແທກອຸນຫະພູມໃຫ້ແກ່ພະນັກງານ, ນັກຮົບໃນແຕ່ລະມື້. ພາບ: ຈ໋ຽນຄູ.
ພະນັກງານ, ນັກຮົບກອງພັນຝຶກແອບ-ເຄື່ອນທີ່ ປະດິດສ້າງໜ້າກາກປ້ອງກັນຕ້ານພະຍາດ Covid-19. ພາບ: ຈ໋ຽນຄູ.
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ດ່ານຊາຍແດນລອງບິ່ງ ໂຄສະນາກ່ຽວກັບການປ້ອງກັນຕ້ານພະຍາດ Covid-19 ໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ. ພາບ: ຈ໋ຽນຄູ.
ຈຸປ້ອງກັນ, ຕ້ານພະຍາດ Covid-19 ຄ້າຍທະຫານຊາຍແດນຫວີ້ງຢາ ດໍາເນີນການລາດຕະເວນ, ຄວບຄຸມໃນຍາມຄໍ່າຄືນ. ພາບ: ຈ໋ຽນຄູ.
ຈຸປ້ອງກັນ, ຕ້ານພະຍາດ Covid-19 ຄ້າຍທະຫານຊາຍແດນເຍີນໂຮ້ຍ ສົມທົບກັບກໍາລັງຕ່າງໆປະຕິບັດໜ້າທີ່. ພາບ: ຈ໋ຽນຄູ.
ຈຸປ້ອງກັນ, ຕ້ານພະຍາດ Covid-19 ຄ້າຍທະຫານຊາຍແດນຝູຫືວ ດໍາເນີນການລາດຕະເວນ, ຄວບຄຸມຢູ່ເຂດຊາຍແດນ. ພາບ: ຈ໋ຽນຄູ.
ພະນັກງານ, ນັກຮົບຈຸປ້ອງກັນ, ຕ້ານພະຍາດ Covid-19 ຄອງຕືແມ່ວ, ຄ້າຍທະຫານຊາຍແດນ ດ່ານສາກົນຕີ້ງບຽນ ດໍາເນີນການລາດຕະເວນ, ຄວບຄຸມຢູ່ຄອງເໝືອງ, ທາງນໍ້າ. ພາບ: ຈ໋ຽນຄູ.
ຄະນະຊາວໜຸ່ມແຂວງອານຢາງ ຕິດຕັ້ງລະບົບໄຟຟ້າທີ່ໃຊ້ພະລັງງານແສງຕາເວັນໃຫ້ຈຸປ້ອງກັນ, ຕ້ານພະຍາດ Covid-19 ຂອງກອງບັນຊາການທະຫານຊາຍແດນແຂວງອານຢາງ ເພື່ອຮັບໃຊ້ວຽກງານ, ການດໍາເນີນຊີວິດຂອງພະນັກງານ, ນັກຮົບ. ພາບ: ຈ໋ຽນຄູ.
ປັດຈຸບັນ, ກອງບັນຊາການທະຫານຊາຍແດນແຂວງອານຢາງ ຈັດກໍາລັງປະຕິບັດງານເປັນ 135 ໜ່ວຍ ເພື່ອປ້ອງກັນ, ຕ້ານພະຍາດ, ບັນດາຕູບຄ້າຍລ້ວນແຕ່ໄດ້ເສີມສ້າງໃຫ້ແໜ້ນໜາ. ພາບ: ຈ໋ຽນຄູ.
ຈຸປ້ອງກັນ, ຕ້ານພະຍາດ Covid-19 ເໝືອງຫງອ໊ຍເລີ໊ນ, ຄ້າຍທະຫານຊາຍແດນຫວີ້ງເງືອນ ປຶກສາຫາລື, ຈັດແບ່ງໜ້າທີ່ວຽກງານ. ພາບ: ຈ໋ຽນຄູ.
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນຫວີ້ງຢາ ເສີມສ້າງຕູບຄ້າຍໃຫ້ແໜ້ນໜາຕື່ມອີກ. ຝົນຕົກໜັກສອງຫ່າ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບພື້ນຖານວັດຖຸຂອງຈຸປ້ອງກັນ ແລະຕ້ານພະຍາດ. ພາບ: ຈ໋ຽນຄູ.
ກປ.ອອນໄລ - ແຂວງອານຢາງ ມີເສັ້ນຊາຍແດນຍາວທັງໝົດເກືອບ 100 ກິໂລແມັດ, ມີດ່ານຊາຍແດນສາກົນສອງດ່ານ, ດ້ວຍພູມສັນຖານເປັນທົ່ງຮາບພຽງ, ມີທາງນ້ອຍຫຼາຍເສັ້ນ, ມີລະບົບແມ່ນໍ້າລຳເຊ, ຄອງເໝືອງທີ່ສະດວກໃຫ້ແກ່ການໄປມາລະຫວ່າງສອງຟາກຊາຍແດນ.
ຍ້ອນເງື່ອນໄຂພູມສັນຖານ, ສະນັ້ນຈຶ່ງກໍ່ຄວາມຫຍຸ້ງຍາກໃຫ້ແກ່ວຽກງານຕັ້ງດ່ານສະກັດກັ້ນ, ຄວບຄຸມຢູ່ເຂດຊາຍແດນ, ດ່ານຊາຍແດນ, ເປັນຕົ້ນແມ່ນວຽກງານປ້ອງກັນ ແລະຕ້ານພະຍາດ Covid-19.
ໃນຊຸມວັນນີ້, ຢູ່ເຂດຊາຍແດນແຂວງອານຢາງ ໄດ້ກ້າວເຂົ້າສູ່ “ການສູ້ຮົບ” ກັບ “ສັດຕູ” ນັ້ນແມ່ນພະຍາດ Covid-19 ຢ່າງແທ້ຈິງ. ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງອານຢາງ ໄດ້ຈັດກໍາລັງປະຕິບັດງານເປັນ 135 ໜ່ວຍ, ອັນໄດ້ສ້າງເປັນ “ຂອບອ້ອມ” ສະກັດກັ້ນຄວາມສ່ຽງຕິດແປດພະຍາດ Covid-19 ນັບແຕ່ທາງເຂົ້າຊາຍແດນ.
ໜັງສືພິມກອງທັບປະຊາຊົນ ຂໍແນະນໍາບາງຮູບພາບກ່ຽວກັບທະຫານຊາຍແດນແຂວງອານຢາງ ຈັດກໍາລັງສະກັດກັ້ນພະຍາດ Covid-19.
ໂດຍ: ທູຈາງ
Type the code from the image