ພະນັກງານ, ນັກຮົບຄ້າຍທະຫານຊາຍແດນອາປາຈ໊າຍ, ທະຫານຊາຍແດນແຂວງດ້ຽນບຽນ ແນະນໍາປະຊາຊົນໃນບໍລິເວນນໍາໃຊ້ຜ້າອັດປາກໃຫ້ຖືກຕ້ອງ. ພາບ: qdnd.vn.
ຄ້າຍທະຫານຊາຍແດນດ່ານຊາຍແດນຮວາລື, ທະຫານຊາຍແດນແຂວງບິ່ງເຝືອກ ມອບຜ້າອັດປາກໃຫ້ແກ່ນັກຮຽນໂຮງຮຽນປະຖົມ ແລະມັດທະຍົມຕອນຕົ້ນຕາແສງລົ້ກຮວ່າ, ເມືອງລົ້ກນິງໂດຍບໍ່ເສຍຄ່າ. ພາບ: qdnd.vn.
ຄ້າຍທະຫານຊາຍແດນເຕິນແທັ່ງ, ທະຫາຍຊາຍແດນແຂວງບິ່ງເຝືອກ ແນະນໍາປະຊາຊົນຕາແສງເຕິນແທັ່ງ, ເມືອງບຸ່ດົ໊ບ ວິທີລ້າງມືໃຫ້ຖືກຕ້ອງຕາມການແນະນໍາຂອງກະຊວງສາທາລະນະສຸກ. ພາບ: qdnd.vn.
ເພື່ອເຮັດວຽກງານປ້ອງກັນ, ຕ້ານເຊື້ອພະຍາດເປັນຢ່າງດີ, ທະຫານຊາຍແດນແຂວງກາວບັ່ງ ໄດ້ຕັ້ງຄ້າຍສະກັດກັ້ນຊົ່ວຄາວຢູ່ຊາຍແດນ ເພື່ອຄວບຄຸມປະຊາຊົນໄປມາຜ່ານຊາຍແດນ. ພາບ: qdnd.vn.
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນຈາລໍ ແຈກເຂົ້າກິນໃຫ້ຄົນເຂົ້າເມືອງໃນເວລາລໍຖ້າເຮັດລະບຽບການເພື່ອໄປແຍກປ່ຽວ 14 ມື້ຕາມຂໍ້ກໍານົດ. ພາບ: qdnd.vn.
ຄ້າຍທະຫານຊາຍແດນຝູລົ້ກ, ທະຫານຊາຍແດນນະຄອນດ່ານັ໊ງ ສົມທົບກັບສະຫະພັນແມ່ຍິງ ເມືອງແທັງເຄ ຫຍິບຜ້າອັດປາກ 13.000 ອັນ ເພື່ອມອບໃຫ້ປະຊາຊົນໃນບໍລິເວນໂດຍບໍ່ເສຍຄ່າ. ພາບ: qdnd.vn.
ຄ້າຍທະຫານຊາຍແດນຫາຍເວິນ, ທະຫານຊາຍແດນດ່ານັ໊ງ ມອບຜ້າອັດປາກໃຫ້ແກ່ນັກທ່ອງທ່ຽວຢູ່ເຂດປູຊະນີຍະສະຖານຫາຍເວິນໂດຍບໍ່ເສຍຄ່າ. ພາບ: qdnd.vn.
ຄ້າຍທະຫານຊາຍແດນດົ່ງວັນ, ທະຫານຊາຍແດນແຂວງຮ່າຢາງ ມອບຜ້າອັດປາກ ແລະໂຄສະນາກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ໃຫ້ແກ່ປະຊາຊົນໃນບໍລິເວນ. ພາບ: qdnd.vn.
ຄ້າຍທະຫານຊາຍແດນດ່ານຊາຍແດນຊິ໊ນເມີ່ນ, ທະຫານຊາຍແດນແຂວງຮ່າຢາງ ແຈກເຂົ້າກິນໃຫ້ແກ່ປະຊາຊົນໃນເວລາລໍຖ້າເຮັດລະບຽບການຢູ່ເຂດແຍກປ່ຽວທີ່ດ່ານຊາຍແດນ. ພາບ: qdnd.vn.
ທະຫານຊາຍແດນແຂວງລາຍເຈົາ ມອບຜ້າອັດປາກ, ນ້ຳຢາຂ້າເຊື້ອພະຍາດໃຫ້ແກ່ກໍາລັງທີ່ກ່ຽວຂ້ອງເມືອງ jinping, ແຂວງຢຸນນານ, ຈີນ. ພາບ: qdnd.vn.
ຄ້າຍທະຫານດ່ານຊາຍແດນລູ່ທ່າງ, ທະຫານຊາຍແດນແຂວງລາຍເຈົາ ສົມທົບກັບກໍາລັງທີ່ກ່ຽວຂ້ອງວັດແທກອຸນຫະພູມຮ່າງກາຍໃຫ້ແກ່ປະຊາຊົນ. ພາບ: qdnd.vn.
ທະຫານຊາຍແດນແຂວງລາວກາຍ ຕັ້ງຄ້າຍສະກັດກັ້ນຊ່ົວຄາວ, ສົມທົບກັບກໍາລັງທະຫານລາດປ້ອງກັນຕົວເວນຍາມ 24/24 ຊົ່ວໂມງຢູ່ບັນດາດ່ານທ້ອງຖິ່ນ, ດ່ານປະເພນີໃນເຂດຊາຍແດນ. ພາບ: qdnd.vn.
ຄ້າຍທະຫານຊາຍແດນເກືອດ້າຍ, ທະຫານຊາຍແດນແຂວງກວາງນາມ ຮັບແຂກຕ່າງປະເທດເຂົ້າເຂດແຍກປ່ຽວໂຮງຮຽນພະນັກງານສະມາຄົມຊາວກະສິກອນຫວຽດນາມ, ສາຂາພາກກາງ-ໄຕຫງວຽນ ຢູ່ຕາແສງເກືອດ້າຍ, ນະຄອນໂຮ້ຍອານ. ພາບ: qdnd.vn.
ຄ້າຍທະຫານຊາຍແດນດ່ານຊາຍແດນລາໄລ, ທະຫານຊາຍແດນແຂວງກວາງຈີິ໊ ມອບເຂົ້າໜົມໃຫ້ແກ່ເດັກນ້ອຍໃນເວລາລໍຖ້ໄປເຂດແຍກປ່ຽວ 14 ມື້ຕາມຂໍ້ກໍານົດ. ພາບ: qdnd.vn.
ຄ້າຍທະຫານຊາຍແດນດ່ານຊາຍແດນລາວບ໋າວ, ທະຫານຊາຍແດນແຂວງກວາງຈີ໊ ແຈກໃບປິວໂຄສະນາກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢູ່ບ້ານກາຕັງ, ເທດສະບານເມືອງ ລາວບ໊າວ, ເມືອງເຮື໊ອງຮວ໊າ, ແຂວງກວາງຈີ໊. ພາບ: qdnd.vn.
ກປ.ອອນໄລ - ໃນໄລຍະກວ່າ 2 ເດືອນທີ່ຜ່ານມາ, ເພື່ອປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ໃຫ້ມີປະສິດທິຜົນ, ໃນທຸກເສັ້ນຊາຍແດນຫວຽດນາມ-ຈີນ, ຫວຽດນາມ-ລາວ, ຫວຽດນາມ-ກໍາປູເຈຍ, ກໍາລັງທະຫານຊາຍແດນໄດ້ມີການລາດຕະເວນ, ເວນຍາມ, ເພີ່ມທະວີການຄວບຄຸມ, ຕັ້ງຄ້າຍສະກັດກັ້ນຊົ່ວຄາວຢູ່ບັນດາດ່ານປະເພນີ, ດ່ານທ້ອງຖິ່ນ, ດ່ານຊາຍແດນຕະຫຼອດເວັນ ແລະຄືນ.
ໜັງສືພິມກອງທັບປະຊາຊົນຫວຽດນາມອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບນັກຮົບທະຫານຊາຍແດນ ພວມໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນປ້ອງກັນ, ຕ້ານໂລກພະຍາດ Covid-19 ຕະຫຼອດເວັນ ແລະຄືນ.
ໂດຍ: ດັ້ງເກື່ອງ
Type the code from the image