ກວດກາໜັງສືຜ່ານແດນຂອງພົນລະເມືອງທີ່ກັບມາຈາກປະເທດເກີດໂລກລະບາດກ່ອນທີ່ຈະສົ່ງໄປຢູ່ເຂດແຍກປ່ຽວ. ພາບ: qdnd.vn.
ສີດຢາຂ້າເຊື້ອພະຍາດພາຫະນະພາຍຫຼັງໄດ້ຂົນສົ່ງປະຊາຊົນ. ພາບ: qdnd.vn.
ພະນັກງານ, ນັກຮົບໂຮງຮຽນການທະຫານກອງບັນຊາການນະຄອນຫຼວງຮ່າໂນ້ຍ ຊ່ວຍເຫຼືອບັນດາພົນລະເມືອງສົ່ງເຄື່ອງໃຊ້ສ່ວນຕົວໄປເຂດແຍກປ່ຽວ. ພາບ: qdnd.vn.
ເຜີຍແຜ່ກົດລະບຽບຢູ່ເຂດແຍກປ່ຽວ. ພາບ: qdnd.vn.
ເຮັດລະບຽບການຮັບເອົາປະຊາຊົນຢູ່ເຂດແຍກປ່ຽວ, ຕິດຕາມເຝົ້າລະວັງ. ພາບ: qdnd.vn.
ແຕ່ລະມື້ພະນັກງານ, ນັກຮົບໂຮງຮຽນການທະຫານກອງບັນຊາການນະຄອນຫຼວງຮ່າໂນ້ຍ ຮັບ ແລະສົ່ງເຄື່ອງໃຊ້ປະຈໍາວັນຂອງຍາດຕິພີ່ນ້ອງໃຫ້ແກ່ພົນລະເມືອງຢູ່ເຂດແຍກປ່ຽວ. ພາບ: qdnd.vn.
ກວດກາຄວາມປອດໄພສຸຂະອະນາໄມອາຫານຂອງພົນລະເມືອງຢູ່ບັນດາເຂດແຍກປ່ຽວ. ພາບ: qdnd.vn.
ກ່ອນໜ້ານັ້ນ, ກອງບັນຊາການນະຄອນຫຼວງຮ່າໂນ້ຍ ໄດ້ສົມທົບກັບພະແນກສາທາລະນະສຸກຮ່າໂນ້ຍ ຈັດຕັ້ງການມອບໃບຢັ້ງຢືນໝົດກຳນົດເວລາແຍກປ່ຽວຢູ່ໂຮງຮຽນການທະຫານ ແລະກອງພັນໃຫຍ່ 59, ກອງພົນ 301 ໃຫ້ແກ່ພົນລະເມືອງກວ່າ 900 ຄົນ. ພາບ: qdnd.vn.
ພົນລະເມືອງສະແດງຄວາມປິຕິຊົມຊື່ນເມື່ອໝົດກຳນົດເວລາແຍກປ່ຽວ. ພາບ: qdnd.vn.
ກປ.ອອນໄລ - ໃນຊຸມວັນຜ່ານມາ, ກອງບັນຊາການນະຄອນຫຼວງຮ່າໂນ້ຍ ໄດ້ສົມທົບກັບບັນດາອົງການ, ກົມກອງຈັດຕັ້ງການຮັບເອົາພົນລະເມືອງຫວຽດນາມ ແລະຕ່າງປະເທດທີ່ກັບມາຈາກເຂດເກີດໂລກລະບາດເພື່ອຈະສົ່ງໄປແຍກປ່ຽວຢູ່ໂຮງຮຽນການທະຫານກອງບັນຊາການນະຄອນຫຼວງຮ່າໂນ້ຍ ເພື່ອປ້ອງກັນ, ຕ້ານເຊື້ອພະຍາດ Covid-19.
ພາຍຫຼັງລົງຈາກເຮືອບິນ, ກໍາລັງທີ່ກ່ຽວຂ້ອງໄດ້ດໍາເນີນການຂ້າເຊື້ອພະຍາດໃຫ້ແກ່ຄົນ ແລະພາຫະນະກ່ອນທີ່ຈະຂຶ້ນລົດໂອໂຕໄປແຍກປ່ຽວຢູ່ໂຮງຮຽນການທະຫານກອງບັນຊາການນະຄອນຫຼວງຮ່າໂນ້ຍ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວຂອງພະນັກງານ, ນັກຮົບກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ທີ່ເຂົ້າຮ່ວມການປ້ອງກັນ, ຕ້ານເຊື້ອພະຍາດ Covid-19.
ໂດຍ: ເກື່ອງດັ້ງ
Type the code from the image