ໂຮງໝໍສູນກາງກອງທັບ 108 ສ້າງບາດກ້າວບຸກທະລຸໃໝ່ຫຼາຍຢ່າງໃນວຽກງານຕ້ອນຮັບ, ກວດ ແລະປິ່ນປົວພະຍາດ. ພາບ: qdnd.vn.
ບັນດາແພດໝໍໂຮງໝໍເສນາຮັກ 103 (ວິທະຍາຄານການແພດ) ແລກປ່ຽນວິຊາສະເພາະໃນການສິດສອນ ແລະປິ່ນປົວພະຍາດ. ພາບ: qdnd.vn.
ນັກຮົບແພດທະຫານຫວຽດນາມ ກວດພະຍາດໃຫ້ແກ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກຂອງປະເທດເພື່ອນມິດລາວ. ພາບ: qdnd.vn.
ແພດທະຫານກອງພັນໃຫຍ່ 726 (ພົນລະພາກຫຼວງ 16) ໄປກວດພະຍາດໃຫ້ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍຢູ່ເຮືອນ. ພາບ: qdnd.vn.
ແນະນໍາວິທີປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢູ່ສູນຝຶກແອບ, ກອງບັນຊາການທະຫານນະຄອນດ່ານັ້ງ. ພາບ: qdnd.vn.
ນຳສົ່ງຄົນເຈັບຈາກເຈື່ອງຊາ ເຂົ້າເຂດດິນຕໍ່ແຜ່ນດ້ວຍຍົນໝາຍເລກ EC225. ພາບ: qdnd.vn.
ກປ.ອອນໄລ - ໂດຍຈື່ຈຳຄໍາສັ່ງສອນຂອງລຸງໂຮ່ ທີ່ວ່າ: “ເປັນແພດໝໍເກັ່ງພ້ອມກັນນັ້ນກໍ່ຕ້ອງເປັນແມ່ທີ່ມີຄຸນນະທຳ”, ໃນຊຸມປີຜ່ານມາ, ຖັນແຖວແພດທະຫານບໍ່ພຽງແຕ່ອອກເຫື່ອແຮງຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ຍົກສູງຄວາມຮູ້ຮອບດ້ານເທົ່ານັ້ນແຕ່ຍາມໃດກໍ່ປະຈັນບານໃນດ້ານສົ່ງເສີມ, ຮັກສາສຸຂະພາບຂອງທະຫານ ແລະປະຊາຊົນອີກດ້ວຍ; ກຽມພ້ອມໄປເຂດອັນຕະລາຍ, ຫຍຸ້ງຍາກ, ປະຕິບັດສໍາເລັດໜ້າທີ່ປິ່ນປົວພະຍາດຊ່ວຍເຫຼືອຄົນເຈັບ. ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບພົ້ນເດັ່ນຂອງແພດທະຫານ.
ໂດຍ: ທະນາພອນ
Type the code from the image