ຂອງຂວັນບຸນເຕັດ ໄດ້ຍົກຂຶ້ນຮ້ານເວນຍາມ DK1/15 ຢູ່ທ່າກໍາປັ່ນ ຟຸກງວຽນ. ບັນດາຮ້ານເວນຍາມສ່ວນຫຼາຍໄດ້ຮັບການປະກອບອຸປະກອນຍົກສິນຄ້າຂຶ້ນ ແຕ່ເພື່ອຍົກສິນຄ້າຂຶ້ນຢ່າງປອດໄພ, ໂດຍສະເພາະແມ່ນຂອງຂວັນບຸນເຕັດ, ຈາກກໍາປັ່ນຂຶ້ນຮ້ານເວນຍາມໃນເງື່ອນໄຂອາກາດບໍ່ເອື້ອອໍານວຍຍາມທ້າຍປີ ພັດບໍ່ແມ່ນເລື່ອງງ່າຍດາຍ. ພາບ: ງອັກຮຶງ.
ບັນຍາກາດບຸນເຕັດກໍ່ມາຍັງກໍາປັ່ນນໍາຂົນສົ່ງຄະນະປະຕິບັດງານ. ບັນດາສະມາຊິກໃນຄະນະໄດ້ພ້ອມກັນຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນບົນທະເລ. ພາບ: ງອັກຮຶງ.
ເຖິງວ່າໃນສະພາບຟອງໃຫຍ່, ລົມແຮງ, ສິນຄ້າ ແລະຂອງຂວັນບຸນເຕັດ ກໍ່ຖືກສົ່ງເຖິງບັນດາຮ້ານເວນຍາມຢ່າງປອດໄພ. ໃນຮູບພາບແມ່ນນັກຂ່າວຍິງຄົນໜຶ່ງກໍາລັງຂຶ້ນຮ້ານເວນຍາມ. ພາບ: ງອັກຮຶງ.
ທະຫານເທິງຮ້ານເວນຍາມ ດຶງບັນດາສະມາຊິກໃນຄະນະປະຕິບັດງານຂຶ້ນຢ້ຽມຢາມ. ດຶງຄົນຂຶຶ້ນຮ້ານເວນຍາມດ້ວຍມືແມ່ນວິທີປອດໄພກວ່າການໃຊ້ເຕີ່ຍ ຫຼື ອຸປະກອນຍົກສິນຄ້າ ເພາະວ່າທຸກຈັງຫວະຕ້ອງໄດ້ຮັບການປະສານສົມທົບກັນຢ່າງເຂົ້າແກັບເຂົ້າເກັຍເພື່ອຮັບປະກັນຄວາມປອດໄພຢ່າງເດັດຂາດ. ພາບ: ງອັກຮຶງ.
ຮ້ອຍເອກພິເສດ ເຈິ່ນວັນແທງ, ຫົວໜ້າການທະຫານຮ້ານເວນຍາມ DK1/10 ລາຍງານຕໍ່ພັນເອກພິເສດ ດັ້ງແມ້ງຮຸ່ງ, ຫົວໜ້າຄະນະປະຕິບັດງານເລກທີ 2, ທະຫານເຮືອເຂດ 2. ພາບ: ງອັກຮຶງ.
ພັນເອກພິເສດ ດັ້ງແມ້ງຮຸ່ງ ມອບຂອງຂວັນຂອງກະຊວງປ້ອງກັນປະເທດໃຫ້ແກ່ພະນັກງານ ແລະນັກຮົບຮ້ານເວນຍາມ DK1/10. ພາບ: ງອັກຮຶງ.
ສິນຄ້າ ແລະຂອງຂວັນບຸນເຕັດຂອງກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຮືອ, ກອງບັນຊາການທະຫານເຮືອເຂດ 2 ແລະຂອງອໍານາດການປົກຄອງ ແລະປະຊາຊົນ, ບັນດາອົງການຈັດຕັ້ງສັງຄົມໃນທົ່ວປະເທດ ມອບໃຫ້ທະຫານເທິງບັນດາຮ້ານເວນຍາມເພື່ອຕ້ອນຮັບປີໃໝ່ດ້ວຍຄວາມອົບອຸ່ນຄືຢູ່ເຂດດິນຕໍ່ແຜ່ນ. ຈົດໝາຍຈາກເຂດດິນຕໍ່ແຜ່ນຍາມໃດ ກໍ່ສ້າງຄວາມສະເທືອນໃຈແບບພິເສດໃຫ້ແກ່ທະຫານເທິງຮ້ານເວນຍາມ. ພາບ: ງອັກຮຶງ.
ເຖິງວ່າໄລຍະເວລາຢ້ຽມຢາມຮ້ານເວນຍາມແມ່ນບໍ່ຫຼາຍກໍ່ຕາມແຕ່ກໍ່ພໍດີເພື່ອໃຫ້ຄະນະປະຕິບັດງານ ແລະທະຫານພ້ອມກັນຫໍ່ເຂົ້າຕົ້ມ ແລະໂອ້ລົມນຳກັນ. ພາບ: ງອັກຮຶງ.
ໃບຕອງຈີງ, ຊີ້ນໝູ, ຜັກບົ່ວ, ເຂົ້າໜຽວ, ໝາກຖົ່ວຂຽວ... ທີ່ຂົນສົ່ງຈາກເຂດດິນຕໍ່ແຜ່ນມາເພື່ອຫໍ່ເຂົ້າຕົ້ມ. ພາບ: ງອັກຮຶງ.
ດ້ວຍຝາມືຂອງທະຫານຢູ່ຮ້ານເວນຍາມ,ໃນບຶດດຽວເຂົ້າຕົ້ມຫຼາຍໜ່ວຍໄດ້ຫໍ່ສຳເລັດຮຽບຮ້ອຍ. ພາບ: ງອັກຮຶງ.
ປັດຈຸບັນ, ເທິງຮ້ານເວນຍາມ DK1, ນອກຈາກການຮັບປະກັນສະບຽງອາ ຫານແລ້ວ, ທະຫານຍັງລ້ຽງນົກ, ໄກ່, ກະຕ່າຍອີກດ້ວຍ... ພາບ: ງອັກຮຶງ.
...ແລະຍັງປູກຜັກຫຼາຍຊະນິດຕື່ມອີກເພື່ອທັງຮັບປະກັນສະພາບແວດລ້ອມ, ແລະຄາບເຂົ້າໃຫ້ພະນັກງານ, ນັກຮົບຢູ່ທີ່ນີ້ອີກດ້ວຍ. ພາບ: ງອັກຮຶງ.
ບຸນເຕັດ ໄດ້ວຽນມາຢູ່ໄຫຼ່ທະວີບທາງພາກໃຕ້ຂອງປະເທດຊາດ. ສິນຄ້າ ແລະຂອງຂວັນບຸນເຕັດນັບຫຼາຍລ້ານໂຕນ ໄດ້ສົ່ງມາຍັງຮ້ານເວນຍາມຕ່າງໆ ຢ່າງປອດໄພ. ໃນຮູບພາບ: ເຮືອຂອງຄະນະປະຕິບັດງານເລກ 2, ທະຫານເຮືອເຂດ 2 ຈໍານວນ 2 ລໍາ ກັບຄືນພາຍຫຼັງປະຕິບັດສໍາເລັດໜ້າທີ່. ພາບ: ງອັກຮຶງ.
ຜູ້ຕາງໜ້າຄະນະປະຕິບັດງານເລກທີ 2, ທະຫານເຮືອເຂດ 2, ຖ່າຍຮູບເປັນທີ່ ລະນຶກກັບບັນດານັກຂ່າວຍິງທີ່ເຂົ້າຮ່ວມການເດີນທາງໃນຄັ້ງນີ້. ພາບ: ງອັກຮຶງ.
ກປ.ອອນໄລ - ບຸນປີໃໝ່ປະຈໍາຊາດປີຊວດ 2020 ໄດ້ມາກ່ອນກັບພະນັກງານ, ນັກຮົບຢູ່ບັນດາປ້ອມບໍລິການເສດຖະກິດ, ວິທະຍາສາດ, ເຕັກນິກ (ຮ້ານເວນຍາມ DK1) ຢູ່ໄຫຼ່ທະວີບທາງພາກໃຕ້ຂອງປະເທດຊາດ, ເມື່ອກໍາປັ່ນຂອງສອງຄະນະປະຕິບັດງານສັງກັດທະຫານເຮືອເຂດ 2 ໄປຢ້ຽມຢາມ, ນໍາເອົາບັນດາອາລົມຈິດອັນອົບອຸ່ມຈາກດິນຕໍ່ແຜ່ນມາໃຫ້ໃນໂອກາດບຸນປີໃໝ່ວຽນມາ...
ໂດຍ: ໄຊຊະນະ
Type the code from the image