ຮ່ວມແຮງຮ່ວມໃຈເພື່ອໜ້າທີ່ລວມ
ກປ.ອອນໄລ - ໃນຊຸມວັນຜ່ານມາ, ໂດຍປະຕິບັດການຊີ້ນໍາຂອງກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບການກໍ່ສ້າງຝາຜະໜັງປ້ອງກັນສະໜາມບິນມ໋ຽວມົນ, ບັນດາກົມກອງກອງທັບໄດ້ສົມທົບກັນຢ່າງແໜ້ນແຟ້ນ, ກະກຽມຢ່າງຮອບຄອບຖີ່ຖ້ວນ ແລະຜັນຂະຫຍາຍໜ້າທີ່ຢ່າງຕັ້ງໜ້າ, ຮັບປະກັນຄຸນນະພາບໃຫ້ກິດຈະກໍາ, ຄວາມຄືບໜ້າໃນການກໍ່ສ້າງ.
ພ້ອມກັບຄວາມມານະພະຍາຍາມ, ຍົກສູງຈິດໃຈຮັບຜິດຊອບ, ແກ້ໄຂຄວາມຫຍຸ້ງຍາກຂອງພະນັກງານ, ນັກຮົບບັນດາກົມກອງ, ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນບັນດາຕາແສງເຈິ່ນຝູ, ໝິເລືອງ, ດົ່ງລາກ (ເມືອງເຈືອງໝິ, ນະຄອນຮ່າໂນ້ຍ) ໄດ້ມີຄວາມເຫັນດີເຫັນພ້ອມສູງ, ການສະໜັບສະໜູນ ແລະຕັ້ງໜ້າເຂົ້າຮ່ວມການຊ່ວຍເຫຼືອພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່.
ໃນວັນທີ 31 ທັນວາ 2019 ແລະວັນທີ 1 ມັງກອນ 2020, ອໍານາດການປົກຄອງທ້ອງຖິ່ນ 3 ຕາແສງໄດ້ລະດົມປະຊາຊົນກວ່າ 250 ຄົນ; ເມືອງເຈືອງໝິ ໄດ້ລະດົມສະມາຊິກຊາວໜຸ່ມນັບຫຼາຍຮ້ອຍຄົນເຂົ້າຮ່ວມການຊ່ວຍເຫຼືອບັນດາກົມກອງດໍາເນີນການກໍ່ສ້າງຝາຜະໜັງສະໜາມບິນມ໋ຽວມົນ ຢ່າງຕັ້ງໜ້າ.
ໜັງສືພິມກອງທັບປະຊາຊົນຫວຽດນາມອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບກິດຈະກໍາສົມທົບກັນປະຕິບັດໜ້າທີ່ຂອງຄະນະພັກ, ອໍານາດການປົກຄອງ, ປະຊາຊົນທ້ອງຖິ່ນ ແລະບັນດາກົມກອງກອງທັບ.
ໂດຍ: ທະນາພອນ