ຊາບຊຶມໜ້າທີ່ ແລະກວດກາວຽກງານກະກຽມກ່ອນທີ່ຈະງານແຂ່ງຂັນ. ພາບ: qdnd.vn.
ແຂ່ງຂັນຕີມວຍ. ພາບ: qdnd.vn.
ບັນດານັກກິລາເຂົ້າຮ່ວມການແຂ່ງຂັນແກວ່ງໝາກແຕກ. ພາບ: qdnd.vn.
ທ່ານອນຍິງປືນ AK. ພາບ: qdnd.vn.
ທ່າຢືນຍິງປືນ AK. ພາບ: qdnd.vn.
ທ່າຄູ້ເຂົ່າຍິງປືນ AK. ພາບ: qdnd.vn.
ແຂ່ງຂັນລອຍນໍ້ານຳໃຊ້ອາວຸດ. ພາບ: qdnd.vn.
ຜູ້ຕາງໜ້າການນໍາເມືອງມາຍເຈົາ ມອບລາງວັນໃຫ້ແກ່ບັນດາທີມມີຜົນງານສູງໃນງານແຂ່ງຂັນ. ພາບ: qdnd.vn.
ເນື່ອງໃນໂອກາດນີ້, ກໍາລັງປະກອບອາວຸດເມືອງມາຍເຈົາ ມອບຂອງຂວັນ 7 ພູດ (ລົດຖີບ ແລະຕູ້ປື້ມຮໍ່າຮຽນ) ໃຫ້ພວກນ້ອງນັກຮຽນປະສົບກັບຄວາມຫຍຸ້ງຍາກ. ພາບ: qdnd.vn.
ກປ.ອອນໄລ - ບັນຍາກາດທີ່ຟົດຟື້ນ, ຈູບຈ້າວ ແລະເຊື່ອໝັ້ນຕົນເອງດ້ວຍຄວາມຕັດສິນໃຈຍາດເອົາຜົນງານສູງ... ນັ້ນແມ່ນຄວາມຮູ້ສຶກຂອງພວກຂ້າພະເຈົ້າກ່ຽວກັບບັນດານັກກິລາເຂົ້າຮ່ວມງານແຂ່ງຂັນກິລາກາຍຍະກຳປ້ອງກັນຊາດກໍາລັງທະຫານລາດປ້ອງກັນຕົວປີ 2019 ໂດຍກອງບັນຊາການທະຫານເມືອງມາຍເຈົາ (ແຂວງຮວ່າບີ່ງ) ຈັດຕັ້ງ. ຕາມການຕີລາຈາກທ່ານພັນໂທ ກ່ຽວວັນຈິ໊ງ, ຜູ້ບັນຊາການກອງບັນຊາການທະຫານເມືອງມາຍເຈົາ ແລ້ວ, ໂດຍປະຕິບັດວຽກງານກະກຽມນັບແຕ່ການສ້າງຕັ້ງທີມຊາດ ກໍຄືການຝຶກຝົນຫຼໍ່ຫຼອມຢ່າງແໜ້ນແຟ້ນ, ດັ່ງນັ້ນເມື່ອແຂ່ງຂັນເນື້ອໃນຕ່າງໆ, ບັນດານັກກິລາລ້ວນແຕ່ປະຕິບັດສຳເລັດໜ້າທີ່, ຮັບປະກັນຄວາມປອດໄພຢ່າງເດັດຂາດ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳເຖິງເພື່ອນຜູ້ອ່ານບາງຮູບພາບທີ່ງານແຂ່ງຂັນກິລາກາຍຍະກຳປ້ອງກັນຊາດກໍາລັງທະຫານລາດປ້ອງກັນຕົວປີ 2019 ຂອງເມືອງມາຍເຈົາ.
ໂດຍ: ເກື່ອງດັ້ງ
Type the code from the image