ມາຢ້ຽມຊົມ Fansipan, ນັກທ່ອງທ່ຽວ ຈະໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ຈັບໃຈ ແລະສູບອາກາດປອດໂປ່ງຂອງພູຜາປ່າດົງເຂດໄຕບັ໊ກຢູ່ຈອມພູ Fansipan. ພາບ: vnexpress.net.
ທີ່ Fansipan, ນັກທ່ອງທ່ຽວປຽບເໝືອນວ່າໄດ້ຫຼົງໄຫຼເຂົ້າໄປໃນລະດູຮ້ອນຢູ່ເອີລົບ ຍ້ອນອາກາດສີໜາວໆ, ປອດໂປ່ງ, ດ້ວຍອຸນຫະພູມສູງສຸດຢູ່ເຂດຈອມພູ ແຕ່ 6-18 ອົງສາ. ພາບ: vnexpress.net.
ນັກທ່ອງທ່ຽວເລືອກເຟັ້ນມາ Fansipan ໃນລະດູຮ້ອນແມ່ນ ເພື່ອມາກະເຊົ້າລອຍຟ້າຊົມຮ່ອມພູຮ່ອມຜາເມື່ອງຮວາ, ຊົມສາຍພູຮວ່າງລຽນເຊີນ ແລະຈັບຫຼັງຄາເຮືອນອິນດູຈີນ. ພາບ: vnexpress.net.
ຢູ່ເຂດຈອມພູ, ກຸ່ມທັດສະນີຍະພາບທາງຈິດວິນຍານ Fansipan ໃຫຍ່ໂຕມະໂຫຖານໃນທ່າມກາງກຸ່ມເມກເຝື້ອລົມພັດລ່ອງລອຍ. ນັກທ່ອງທ່ຽວ ຈະຢຸດພັກຜ່ອນຢູ່ໜ້າວັດ ບ໋າວອານທ່ຽນຕື໋, ຫໍບູຊາເຊີນເທິ່ນ, ຮູບປັ້ນກວານເອິມໂບ່ຕ໊າດ... ພາບ: vnexpress.net.
ຫຼັງຄາເຮືອນອິນດູຈີນ ແມ່ນເມືອງສະຫວັນຂອງດອກໄມ້ປະເພດຕ່າງໆ ຄື: ດອກກຸຫຼາບ, ດອກຕາເວັນ... ໃຫ້ແກ່ນັກທ່ອງທ່ຽວຖ່າຍຮູບ check-in. ພາບ: vnexpress.net.
ຢູ່ຂ້າງສະຖານີກະເຊົ້າລອຍຟ້າ ແມ່ນໂນນດອກໄມ້ສີອິດກວ້າງ 15.000 m2 ໄດ້ເຮັດໃຫ້ທິວທັດມີຄວາມສວຍງາມ ແລະເພີດເພີນຈິດຕື່ມອີກ. ພາບ: vnexpress.net.
ດອກໄມ້ປະເພດຕ່າງໆທີ່ຢູ່ພູຜາປ່າດົງຮວ່າງລຽນເຊີນ ກໍ່ແມ່ນຈຸດພົ້ນເດັ່ນດຶງດູດນັກທ່ອງທ່ຽວມາ Fansipan ໃນເດືອນ ພຶດສະພາ ແລະເດືອນ ມິຖຸນາ. ພາບ: vnexpress.net.
ເຖິງວ່າຢູ່ທ່າມກາງລະດູຮ້ອນກໍ່ຕາມ, ແຕ່ນັກທ່ອງທ່ຽວ ຍັງໄດ້ນຸ່ງເສື້ອຄຸມ, ກິນເຂົ້າຫຼາມ, ດື່ມເຫຼົ້າສາລີ... ພາບ: vnexpress.net.
ເພື່ອຊອກຫາຊີມລົດຊາດບັນດາເຍື່ອງອາຫານເຂດໄຕບັ໊ກນັ້ນ, ນັກທ່ອງທ່ຽວກໍ່ສາມາດເຂົ້າໄປກິນຢູ່ຮ້ານອາຫານຫ໋າຍກ໋າງ Fansipan ກໍ່ໄດ້. ພາບ: vnexpress.net.
ກປ.ອອນໄລ - ໂດຍໃຊ້ເວລາເດີນທາງຈາກນະຄອນຫຼວງຮ່າໂນ້ຍ 4 ຊົ່ວໂມງ, ຫຼັງຄາເຮືອນອິນດູຈີນໄດ້ສະແດງຄວາມຍິນດີຕ້ອນຮັບນັກທ່ອງທ່ຽວ ຍ້ອນວ່າມີອາກາດເຢັນສະບາຍ, ມີທໍາມະຊາດເປັນເອກະລັກສະເພາະ, ມີການເຄື່ອນໄຫວທີ່ເປັນໜ້າຈັບໃຈຫຼາຍຢ່າງ.
ໂດຍ: ຄໍາແພງ
Type the code from the image