ໂດຍແມ່ນໄລຍະທາງແຂ່ງຂັນສໍາຄັນ, ບັນດາທີມແຂ່ງຂັນ ແລະນັກປັ່ນລົດຖີບລ້ວນແຕ່ຕັດສິນໃຈຍາດໄດ້ຜົນງານສູງຢູ່ໄລຍະທາງແຂ່ງຂັນທີ 3, ເຊີນລາ-ດ້ຽນບຽນ. ພາບ: qdnd.vn.
ເສັ້ນທາງຕອນທຸລະກັນດານຕ່າງໆກໍ່ບໍ່ສາມາດກີດຂວາງໄດ້ຄວາມຕັດສິນໃຈຂອງບັນດານັກປັ່ນລົດຖີບ. ພາບ: qdnd.vn.
ບັນດາທ້ອງຖິ່ນທີ່ຄະນະແຂ່ງຂັນລົດຖີບໄປຜ່ານ, ຄະນະລ້ວນແຕ່ໄດ້ຮັບການເຊຍຢ່າງສຸດອົກສຸດໃຈຈາກປະຊາຊົນທ້ອງຖິ່ນ. ພາບ: qdnd.vn.
ເຖິງວ່າອາກາດແດດຮ້ອນກໍ່ຕາມ, ແຕ່ປະຊາຊົນຍັງມາຊົມມາເຊຍໃຫ້ຄະນະເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn.
ປະຊາຊົນນະຄອນດ້ຽນບຽນຝູ ມາຊົມມາເຊຍໃຫ້ບັນດານັກປັ່ນລົດຖີບຢ່າງສຸດອົກສຸດໃຈ. ພາບ: qdnd.vn.
ກປ.ອອນໄລ - ຕອນເຊົ້າວັນທີ 5 ພຶດສະພາ, ໄລຍະທາງແຂ່ງຂັນທີ 3, ເຊີນລາ-ດ້ຽນບຽນ ຂອງການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ - 2019, ຊີງຂັນໜັງສືພິມກອງທັບປະຊາຊົນ” ໄດ້ສໍາເລັດຢ່າງຈົບງາມ. ໄລຍະທາງແຂ່ງຂັນບໍ່ພຽງແຕ່ມີຄຸນນະພາບສູງດ້ານວິຊາສະເພາະ, ຂ້ຽວຂາດດ້ວຍການບຸກທະລຸຂອງບັນດານັກປັ່ນລົດຖີບເທົ່ານັ້ນ, ຫາກຍັງໄດ້ຮັບການສະໜັບສະໜູນຢ່າງສຸດອົກສຸດໃຈຈາກປະຊາຊົນຢູ່ບັນດາທ້ອງຖິ່ນເຊິ່ງຄະນະແຂ່ງຂັນລົດຖີບໄປຜ່ານອີກດ້ວຍ.
ຈາກນະຄອນເຊີນລາ ຫາເທດສະບານເມືອງຖ້ວນເຈົາ, ກິ່ວພາດິນ, ກິ່ວຕັ່ງກວ໋າຍ, ນະຄອນດ້ຽນບຽນຝູ..., ບັນດາສະຖານທີ່ຕິດພັນກັບໄຊຊະນະດ້ຽນບຽນຝູ, ຄະນະແຂ່ງຂັນລົດຖີບລ້ວນແຕ່ໄດ້ຮັບການສະໜັບສະໜູນ ແລະການເຊຍຢ່າງສຸດອົກສຸດໃຈຈາກປະຊາຊົນ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການຊົມການເຊຍຂອງປະຊາຊົນທີ່ສະຫງວນໃຫ້ຄະນະແຂ່ງຂັນລົດຖີບໃນໄລຍະທາງແຂ່ງຂັນຈາກເຊີນລາ ຫາ ດ້ຽນບຽນ ທີ່ຫາກໍ່ໄດ້ດໍາເນີນ:
ໂດຍ: ທະນາພອນ
ຂ່າວທີ່ກ່ຽວຂ້ອງ
Type the code from the image