ໂຄສະນາ, ຂົນຂວາຍພໍ່ແມ່ປະຊາຊົນປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ເປັນຢ່າງດີ. ພາບ: qdnd.vn.
ຊ່ວຍເຫຼືອບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນການເກັບກ່ຽວເຂົ້າ. ພາບ: qdnd.vn.
ບັນດາເສັ້ນທາງລະຫວ່າງບ້ານຢູ່ບັນດາຕາແສງເຂດຊາຍແດນເກືອບທັງໝົດໄດ້ຮັບການເທເບຕົງ. ພາບ: qdnd.vn.
ຊ່ວຍເຫຼືອຊາວບ້ານຍົກຍ້າຍຄອກອອກຈາກກ້ອງເຮືອນ. ພາບ: qdnd.vn.
ຊ່ວຍເຫຼືອຄອບຄົວທ່ານ ຫຼໍ່ວັນເຕີ, ບ້ານເນີ້ມດົງ, ຕາແສງເກີ່ນນົງ ສ້າງເຮືອນຫຼັງໃໝ່. ພາບ: qdnd.vn.
ພ້ອມກັບພໍ່ແມ່ປະຊາຊົນຕັ້ງໜ້າປູກຕົ້ນໄມ້ຢູ່ໂນນພູ. ພາບ: qdnd.vn.
ເຮັດອະນາໄມ, ໄຕ້ທູບທຽນທີ່ເຂດປູຊະນີຍະສະຖານດົ່ງມູ ຢ່າງເປັນປະຈໍາ. ພາບ: qdnd.vn.
ຕັ້ງໜ້າພ້ອມກັບບັນດາກໍາລັງທ້ອງຖິ່ນ ຂົນຂວາຍພໍ່ແມ່ປະຊາຊົນເຂດພູສູງສະໝັກໃຈທໍາລາຍຕົ້ນຢາຝິ່ນ. ພາບ: qdnd.vn.
ສາຍຈິດມິດໃຈລະຫວ່າງທະຫານ ແລະປະຊາຊົນຢູ່ເຂດຊາຍແດນ. ພາບ: qdnd.vn.
ກປ.ອອນໄລ - ໂດຍແມ່ນກໍາລັງປົກປັກຮັກສາອະທິປະໄຕ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ; ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກາວບັ່ງ ໄດ້ປະຕິບັດ “4 ພ້ອມ” ຢ່າງເປັນປະຈໍາ, ນັ້ນແມ່ນສ້າງອໍານາດການປົກຄອງຢູ່ຂັ້ນຮາກຖານ, ໂຄສະນາ, ຂົນຂວາຍ ແລະເບິ່ງແຍງດູແລຍົກສູງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນແຫ່ງນີ້. ຕາມນັ້ນແລ້ວ, ບັນດາກົມກອງຍາມໃດກໍຕັ້ງໜ້າຊ່ວຍເຫຼືອພໍ່ແມ່ປະຊາຊົນກໍ່ສ້າງຊົນນະບົດໃໝ່, ໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຫັນປ່ຽນການປູກຕົ້ນໄມ້, ສັດລ້ຽງ... ຊ່ວຍໃຫ້ບັນດາບ້ານໄດ້ກາຍເປັນຈຸດພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ຮັບປະກັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ບໍລິເວນຕັ້ງທັບ.
ໜັງສືພິມກອງທັບປະຊາຊົນອອນໄລ ຂໍແນະນໍາບາງຮູບພາບກ່ຽວກັບບັນດາວຽກງານທີ່ເຕັມໄປດ້ວຍສາຍຈິດມິດໃຈຂອງທະຫານຊາຍແດນແຂວງກາວບັ່ງ ທີ່ມີຕໍ່ພໍ່ແມ່ປະຊາຊົນເຂດຊາຍແດນທາງທິດເໜືອປະເທດຊາດ.
ໂດຍ: ເກື່ອງດັ້ງ
Type the code from the image