ຮູບຖ່າຍທົ່ງດອກໄມ້ສີນ້ຳໝາກກ້ຽງຢູ່ລັດ California, ອາເມລິກາ. ໃນເດືອນມີນາ, ຄະນະຄຸ້ມຄອງຕ້ອງວາງແຜນການອັດປະຕູທົ່ງດອກໄມ້ດັ່ງກ່າວຍ້ອນວ່ານັກທ່ອງທ່ຽວຫຼັ່ງໄຫຼກັນໄປຊົມເປັນຈໍານວນຫຼວງຫຼາຍເຮັດໃຫ້ເກີດມີສະພາບລົດຕິດຢູ່ຕາມທ້ອງຖະໜົນ, ຢຽບດອກໄມ້… ພາບ: AP.
ທົ່ງດອກບັດເຕີຄັບ (Ranunculus flower) ຢູ່ຟາມ Carlsbad Ranch, ລັດ California, ອາເມລິກາ. ດອກໄມ້ນີ້ປູກດ້ວຍຫົວ, ມີສີສັນແຕກຕ່າງກັນ ແລະ ຈະບານແຕ່ເດືອນມີນາ ຫາເດືອນພຶດສະພາ. ພາບ: Reuters.
ນັກທ່ອງທ່ຽວຢ້ຽມຊົມດອກສະກຸຣະຢູ່ຟາກໜອງ Chidorigafuchi, Tokyo, ຍີ່ປຸ່ນ. ຢູ່ຍີ່ປຸ່ນ, ດອກສະກຸຣະບານມີຄວາມໝາຍ ສົ່ງສັນຍານໃຫ້ຮູ້ວ່າລະດູບານໃໝ່ວຽນມາຮອດແລ້ວ, ເປັນສັນຍາລັກໃຫ້ການປ່ຽນແປງໃໝ່ ແລະເຕັມໄປດ້ວຍຄວາມຫວັງ. ພາບ: EPA.
ດອກສະກຸຣະ ເຫຼື້ອມຍິບຍັບພາຍໃຕ້ແສງໄຟໃນຕອນຄໍ່າຢູ່ສວນສາທາລະນະ Ueno, Tokyo, ຍີ່ປຸ່ນ. ພາບ: Reuters.
ດອກສະກຸຣະເບັ່ງບານຢູ່ວິຫານ Senso-ji, Tokyo, ຍີ່ປຸ່ນ. ລະດູດອກສະກຸຣະ ຈະແກ່ຍາວເປັນເວລາປະມານໜຶ່ງເດືອນ, ເຊິ່ງຄິດໄລ່ນັບແຕ່ຕົ້ນທີ່ບານທໍາອິດ ໄປຮອດຕົ້ນທີ່ບານສຸດທ້າຍ. ຕົ້ນສະກຸຣະຕົ້ນໜຶ່ງມີອາຍຸຍືນສະເລ່ຍ 30-40 ປີ. ພາບ: Rex.
ນັກທ່ອງທ່ຽວໄປຊົມດອກສະກຸຣະ ຢູ່ໃກ້ວິຫານ Jiming, ນະຄອນ Nanjing, ແຂວງ Jiangsu, ຈີນ ຢ່າງຄັບຄາໜາແໜ້ນ. ພາບ: Reuters.
ງານບຸນດອກໄມ້ທີ່ຈັດຕັ້ງຢູ່ສວນສາທາລະນະ Gardens by the Bay, ສິງກະໂປ. ພາບ: Reuters.
ດອກສະກຸຸຣະເບັ່ງບານຢູ່ສວນສາທາລະນະ ນະຄອນ Lausanne, ສະວິດເຊີແລນ. ພາບ: Reuters.
ນັກທ່ອງທ່ຽວຢ້ຽມຊົມທົ່ງດອກຕາສີຟ້າ (Nemophila) ຢູ່ສວນສາທາລະນະ ນະຄອນ Hitachi, ແຂວງ Ibaraki, ຍີ່ປຸ່ນ. ຄາດຄະເນມີຕົ້ນດອກຕາສີຟ້າບານປະມານ 4,5 ລ້ານຕົ້ນໃນລະດູບານໃໝ່ຢູ່ສວນສາທາລະນະ ນະຄອນນີ້. ພາບ: Lonely Planet.
ກປ.ອອນໄລ - ທົ່ງດອກໄມ້ຢູ່ອາເມລິກາ, ດອກ ຕາສີຟ້າ (Nemophila) ຢູ່ ຍີ່ປຸ່ນ ພວມເບັ່ງບານອວດອ້າງສີສັນໄດ້ສ້າງເປັນຮູບພາບລະດູບານໃໝ່ດຶງດູດໃຈນັກທ່ອງທ່ຽວມາຢ້ຽມຊົມ.
ໂດຍ: ຈາງຫງວຽນ
Type the code from the image