ເພີ່ມພູນຜະລິດຜົນຢູ່ເຈື່ອງຊາ
ກປ.ອອນໄລ - ໃນທ່າມກາງທະເລທີ່ກວ້າງໃຫຍ່ໄພສານ, ຕະຫຼອດປີມີພຽງແຕ່ແດດ ແລະລົມທະເລເທົ່ານັ້ນ, ແຕ່ພະນັກງານ, ນັກຮົບຢູ່ໝູ່ເກາະເຈື່ອງຊາ, ເມືອງເຈື່ອງຊາ, ແຂວງແຄ໊ງຮວ່າ ຍາມໃດກໍເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ຕັ້ງໜ້າຈັດຕັ້ງການເພີ່ມພູນຜະລິດຜົນ, ລ້ຽງສັດ, ປະກອບສ່ວນປັບປຸງ, ຍົກສູງຊີວິດການເປັນຢູ່.
ໃນເງື່ອນໄຂອາກາດຮ້າຍແຮງ, ເພື່ອໃຫ້ສວນຜັກມີສີຂຽວສົດ, ຄ້າງໝາກນ້ຳເຕົ້າ, ໝາກອຶມີໝາກດົກໜາ, ຝູງໝູ, ສັດປີກຕຸ້ຍພີດີງາມນັ້ນ, ພະນັກງານ, ນັກຮົບຢູ່ບັນດາເກາະຕ່າງໆໄດ້ມີວິທີເຮັດຢ່າງມີຫົວຄິດປະດິດສ້າງ, ພ້ອມກັບບັນດາມາດຕະການໃນການບົວລະບັດພິເສດ ຄື: ເນັ່ງຜ້າບັດ, ຕາໜ່າງກັ້ງບັງລົມບັງແດດ; ໝູນໃຊ້ບັນດາພາ, ຊາມປະເພດຕ່າງໆເພື່ອປູກຜັກ; ຕາກດິນ, ພູນດິນເປັນປະຈໍາ; ຍ້ອນແນວນັ້ນບັນດາເກາະຈົມ, ເກາະຟູ ຢູ່ໝູ່ເກາະເຈື່ອງຊາ ເກືອບທັງໝົດລ້ວນແຕ່ຮັບປະກັນໄດ້ແຫຼ່ງສະບຽງອາຫານຢູ່ກັບທີ່, ເປັນຕົ້ນແມ່ນຜັກຂຽວນໍາມາເຮັດອາຫານໃນແຕ່ລະວັນໃຫ້ແກ່ທະຫານ.
ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບວຽກງານເພີ່ມພູນຜະລິດຜົນ, ລ້ຽງສັດຢູ່ໝູ່ເກາະເຈື່ອງຊາ.
ໂດຍ: ກວຽດເຕິມ