ສີລາຈາລຶກອະທິປະໄຕ, ເຮືອນຮັບແຂກຢູ່ເກາະຖືກປົກຄຸມດ້ວຍສີຂຽວສົດໃສ. ພາບ: ຫງວຽນມີງເຈື່ອງ.
ພາຍໃຕ້ຮົ່ມໄມ້ (ຕົ້ນຫູກວາງ ແລະຕົ້ນກະທິງ) ແມ່ນບ່ອນພັກຜ່ອນຢ່ອນອາລົມ, ບ່ອນລະຫຼິ້ນຂອງພະນັກງານ, ນັກຮົບ. ພາບ: ຫງວຽນມີງເຈື່ອງ.
ບັນດາຕົ້ນໄມ້ລໍາໃຫຍ່ຢູ່ເກາະ. ພາບ: ຫງວຽນມີງເຈື່ອງ.
ພາຍໃຕ້ຮົ່ມໄມ້ສີຂຽວທີ່ສົດໃສ. ພາບ: ຫງວຽນມີງເຈື່ອງ.
ຕົ້ນໄມ້ສີຂຽວຢູ່ເກາະໄດ້ຮັບການຈັດສັນ, ບົວລະບັດ, ຕັດກິ່ງດັດໄມ້ເປັນປະຈໍາ. ພາບ: ຫງວຽນມີງເຈື່ອງ.
ຕົ້ນໄມ້ເກີດດອກອອກຜົນຢູ່ເກາະ. ພາບ: ຫງວຽນມີງເຈື່ອງ.
ປ້ອມປະການຢູ່ເກາະພົ້ນເດັ່ນໃນທ່າມກາງສີຂຽວ. ພາບ: ຫງວຽນມີງເຈື່ອງ.
ກປ.ອອນໄລ - ດ້ວຍສີໄມ້ລາຍມືທີ່ຄ່ອງແຄ້ວ ແລະຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານຂອງພະນັກງານ, ນັກຮົບ ແລະບັນດາກໍາລັງປະຕິບັດໜ້າທີ່ທ່າມກາງທະເລອັນກວ້າງໃຫຍ່ໄພສານໄດ້ເຮັດໃຫ້ເກາະນາມອ໊ຽດ (ໝູ່ເກາະເຈື່ອງຊາ, ແຂວງແຄ໋ງຮວ່າ) ມີຄວາມສົດໃສດ້ວຍສີຂຽວທີ່ສວຍງາມ.
ບັນດາຕົ້ນໄມ້ກິນໝາກ ຄື: ຕົ້ນໝາກພ້າວ, ຕົ້ນໝາກມ່ວງ, ຕົ້ນໝາກຫຸ່ງ; ແລະຕົ້ນໄມ້ອື່ນໆ ຄື: ຕົ້ນໝາກຫູຫວາງ, ຕົ້ນສົນ, ຜັກຂຽວ, ຕົ້ນຢາສະໝູນໄພ... ໄດ້ເຮັດໃຫ້ເກາະມີຄວາມສົດໄສດ້ວຍສີຂຽວ.
ຕົ້ນລະດູບານໃໝ່ປີກຸນ 2019, ພະນັກງານ, ນັກຮົບ ແລະບັນດາກໍາລັງຢູ່ເກາະໄດ້ແຂ່ງຂັນກັນອອກແຮງງານ, ປູກຕົ້ນໄມ້ເພື່ອສືບຕໍ່ຮັກສາສີຂຽວໃຫ້ເກາະ. ຕົ້ນໄມ້ແມ່ນໜຶ່ງໃນບັນດາປັດໄຈສໍາຄັນຊ່ວຍໃຫ້ພະນັກງານ, ນັກຮົບບັນເທົາຄວາມອິດເມື່ອຍພາຍຫຼັງການຝຶກແອບ, ອອກແຮງງານທໍາການຜະລິດ.
ໂດຍ: ບົວພອນ
Type the code from the image