ການເອົາທະຫານເຈັບໜັກອອກຈາກລົດຫຸ້ມເກາະຍາມໃດກໍ່ແມ່ນໜ້າທີ່ອັນຫຍຸ້ງຍາກຂອງບັນດາແພດທະຫານທີ່ເປັນເພດຍິງ. ພາບ: qdnd.vn.
ທຸກໆຂອດໃນການແຂ່ງຂັນຍາມໃດກໍ່ຮຽກຮ້ອງບັນດາແພດທະຫານປະຕິບັດບັນດາທ່າຕ່າງໆຢ່າງຊັດເຈນ ແລະໃນເວລາໄວທີ່ສຸດ ເພື່ອບັນລຸໄດ້ໝາກຜົນດ້ວຍເວລາສັ້ນທີ່ສຸດ. ພາບ: qdnd.vn.
ການແຂ່ງຂັນນຳສົ່ງທະຫານທີ່ໄດ້ຮັບບາດເຈັບຂ້າມແມ່ນໍ້າ. ພາບ: qdnd.vn.
ບັນດາແພດທະຫານປະຕິບັດການແລ່ນໃນໄລຍະທາງ 200 ແມັດ ແລະການປະຖົມພະຍາບານໃຫ້ຄົນເຈັບ 3 ຄົນ ຜ່ານສິ່ງກີດຂວາງ 200 x 200 ໃນກໍລະນີຕໍ່ເນື່ອງ. ພາບ: qdnd.vn.
ນອກຈາກບັນດາເນື້ອໃນວິຊາສະເພາະແລ້ວ, ບັນດາແພດທະຫານທັງຍິງ ແລະຊາຍ ລ້ວນແຕ່ຕ້ອງປະຕິບັດການແຂ່ງຂັນຜ່ານສິ່ງກີດຂວາງ 200 x 200 ຕາມມາດຕະຖານສິ່ງກີດຂວາງກອງທັບລັດເຊຍ. ພາບ: qdnd.vn.
ໂຍນໝາກແຕກ, ແລ່ນຜ່ານສິ່ງກີດຂວາງ, ຄານຜ່ານຮົ້ວໜາມໝາກຈັບ, ມ້າງປະກອບປືນ... ແມ່ນບັນດາເນື້ອໃນຂອງການແຂ່ງຂັນຜ່ານສິ່ງກີດຂວາງ. ພາບ: qdnd.vn.
ບັນດາທ່ານໝໍແຂ່ງຂັນເນື້ອໃນຍິງປືນ K59, ນາງພະຍາບານຍິງປືນ AK47. ພາບ: qdnd.vn.
ພາຍຫຼັງການຝຶກແອບແລ້ວ, ໃຜກໍ່ເຫື່ອອອກປຽກໝົດຕົນຕົວ. ພາບ: qdnd.vn.
ຄວາມເບີກບານມ່ວນຊື່ນຂອງບັນດາແພດທະຫານພາຍຫຼັງການຝຶກແອບ. ພາບ: qdnd.vn.
ກປ.ອອນໄລ - ເມື່ອໄດ້ເຫັນປະຈັກຕາບັນຍາກາດຝຶກແອບຢ່າງຈູບຈ້າວຫ້າວຫັນຢູ່ສະໜາມຝຶກຊ້ອມຂອງທີມແພດທະຫານຫວຽດນາມ ທີ່ກະກຽມເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ ປີ 2019 (Army Games 2019), ຈຶ່ງສາມາດເຂົ້າໃຈໄດ້ບັນດາຄວາມຫຍຸ້ງຍາກ, ລໍາບາກຂອງບັນດາແພດທະຫານ...
ທີມແພດທະຫານຫວຽດນາມ ຈະເຂົ້າຮ່ວມການແຂ່ງຂັນຢູ່ລາຍການ “ຕໍ່ກໍາລັງແຮງເສນາຮັກ” ໄດ້ຈັດຕັ້ງຢູ່ Tashkent (ປະເທດອຸດສະເບກິດສະຖານ), ພ້ອມກັບທີມແພດທະຫານຂອງບັນດາປະເທດຄື: ອາກເມນີ, ອາແຊກໄບຢານ, ເບລາຣຸດ... Army Games 2019 ໂດຍປະເທດລັດເຊຍ ເປັນເຈົ້າພາບຈັດຕັ້ງພ້ອມກັບ 9 ປະເທດອື່ນໆ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນລາຍ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບໃນການຝຶກແອບຂອງທີມແພດທະຫານຫວຽດນາມ ຢູ່ສະໜາມຝຶກຊ້ອມ.
ໂດຍ: ທະນາພອນ
Type the code from the image