leftcenterrightdel
ການນໍາແຂວງເທື່ອທຽນເຫວ້ ຍ້າຍອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄປປົງໄວ້ທີ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດນະຄອນເຫວ້. ພາບ: ສໍານັກຂ່າວສານຫວຽດນາມ.

ໃນລະດູແລ້ງປີ 2021-2022, ກອງຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 192, ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ໄດ້ຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈໍານວນ 16 ອັດຖິ ກັບຄືນປະເທດ. ທີ່ພິທີໄວ້ອາໄລ, ບັນດາຜູ້ແທນ ແລະປະຊາຊົນໄດ້ຖະຫວາຍທູບທຽນ, ດອກໄມ້ເພື່ອໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນເລິກເຊິ່ງຕໍ່ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍປະເທດຊາດ ແລະປະຕິບັດໜ້າທີ່ສາກົນອັນສູງສົ່ງ. ພາຍຫຼັງພິທີໄວ້ອາໄລ, ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຈະໄດ້ປົງໄວ້ທີ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດນະຄອນເຫວ້.

ໂດຍ: ຈາງຫງວຽນ