leftcenterrightdel
ສອງແຂວງກວ໋າງຈິ (ຫວຽດນາມ) ແລະສະຫວັນນະເຂດ (ລາວ) ຈັດພິທີມອບ-ຮັບອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ດ່ານສາກົນລາວບ໋າວ. ພາບ: ມິງຈາງ.

ໃນລະດູແລ້ງປີ 2021-2022, ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຂອງກອງບັນຊາການທະຫານແຂວງກວ໋າງຈິ  ໄດ້ຈັດຕັ້ງການຊອກຫາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເຊິ່ງແມ່ນທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ແຂວງສະຫວັນນະເຂດ ຂອງລາວ. ຍ້ອນການໜູນຊ່ວຍ, ຊ່ວຍເຫຼືອຂອງພະນັກງານ, ປະຊາຊົນລາວ, ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 584 ຈຶ່ງຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ 12 ອັດຖິ.

ພິທີຮັບອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ດ່ານສາກົນລາວບ໋າວ ໄດ້ຈັດຕັ້ງຢ່າງສົມກຽດ, ເຄັ່ງຂຶມ. ທີ່ພິທີມອບ-ຮັບ, ບັນດາຜູ້ແທນໄດ້ຖະຫວາຍດອກໄມ້, ຖະຫວາຍທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເພື່ອພັນທະສາກົນອັນສູງສົ່ງ.

leftcenterrightdel
ການນໍາແຂວງກວ໋າງຈິ ຮັບອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດກັບຄືນບ້ານເກີດເມືອງນອນ. ພາບ: ມິງຈາງ.

ໃນຊຸມເດືອນປີແຫ່ງການຕໍ່ສູ້ຢູ່ລາວ, ທະຫານອາສາສະໝັກຫວຽດນາມ ໄດ້ເສີມຂະຫຍາຍມູນເຊື້ອອົງອາດກ້າແກ່ນ, ບໍ່ຍອມຈຳນົນຂອງຊາດ, ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ຍາດເອົາເອກະລາດ, ເສລີພາບ ແລະຄວາມຜາສຸກມາໃຫ້ປະຊາຊົນ. ບັນດາວິລະກຳ ແລະການເສຍສະຫຼະຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ປະກອບສ່ວນຮັດແໜ້ນອາລົມຈິດຄວາມຮັກແພງທີ່ສັດຊື່ບໍລິສຸດ, ນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ “ໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ 12 ອັດຖິທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ທາງແຂວງກວ໋າງຈິ ຈະໄດ້ຈັດຂຶ້ນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9 ໃນວັນທີ 19 ພຶດສະພາ.

ໂດຍ: ເຈິ່ນຮວ່ຽນ