ເຂົ້າຮ່ວມໃນພິທີໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງສາລະວັນ, ຜູ້ຊີ້ນຳວຽກງານການເມືອງ - ແນວຄິດ, ສໍາລັບ ສສ ຫວຽດນາມ ນຳໂດຍ ສະຫາຍ ພັນເອກພິເສດ ຮວ່າງວັນເຍິນ ຮອງເລຂາພັກ-ຫົວໜ້າການເມືອງທະຫານແຂວງເທື່ອທຽນເຫວ້, ມີບັນດາສະຫາຍໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຕິບັດງານພິເສດຂອງແຂວງສາລະວັນ, ເຊກອງ ແລະ ສສ ຫວຽດນາມ, ກຳລັງປະກອບອາວຸດ ປກຊ-ປກສ ແຂວງ, ພະນັກງານການນຳພະແນກການອ້ອມຂ້າງແຂວງ ແລະອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

leftcenterrightdel
 
leftcenterrightdel
 
leftcenterrightdel
ພິທີຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ. ພາບ: ກິນດາວັນ ອ້ວນນາຄູ

ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງ, ໄດ້ຂຶ້ນຜ່ານບົດສະດຸດີ ໂດຍມີເນື້ອໃນວ່າ: ໃນທ່າມກາງບັນຍາກາດທີ່ໂສກເສົ້າເສຍດາຍ, ອາໄລ, ອາວອນນີ້ ໄດ້ມີການນໍາພັກລັດຂອງພະແນກການອ້ອມຂ້າງແຂວງ, ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນຮູ້, ນັກສຶກສາ, ປັນຍາຊົນ ແລະມວນຊົນຊາວ ແຂວງສາລະວັນ ແລະຄະນະປະຕິບັດງານພິເສດແຂວງເຊກອງ ໄດ້ພ້ອມກັນມາເຕົ້າໂຮມເພື່ອໄຫວ້ອາໄລເຖິງດວງວິນຍານ ແລະຈັດສົ່ງອັດຖິຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຈໍານວນ 16 ອັດຖິ, ໃນນັ້ນຂຸດຄົ້ນຈາກແຂວງເຊກອງໄດ້ 3 ອັດຖິ ພວກສະຫາຍເຫຼົ່ານັ້ນຍ່ອມເສຍສະຫຼະຊີວິດ, ເລືອດເນື້ອໃນປາງສົງຄາມຢູ່ດິນແດນຂອງແຂວງສາລະວັນ, ແຂວງເຊກອງ, ເພື່ອແລກເອກະລາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວ-ຫວຽດນາມ ພວກສະຫາຍມີຄວາມຈົງຮັກພັກດີ, ອັນບໍລິສຸດຜຸດຜ່ອງຢ່າງບໍ່ມີຂອບເຂດຕໍ່ສອງປະເທດລາວ-ຫວຽດນາມ ເເລະເພື່ອໃຫ້ໄດ້ມາເຊິ່ງຄວາມສົມບູນພູນສຸກຂອງປະຊາຊົນລາວກໍ່ຄືແຂວງສາລະວັນ ແລະແຂວງເຊກອງ ໃນທຸກວັນນີ້, ໄຊຊະນະດັ່ງກ່າວພວກເຮົາຂໍສະແດງຄວາມໄຫວ້ອາໄລ ແລະຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ດວງວິນຍານຂອງບັນດາພະນັກງານ - ນັກຮົບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມເຊິ່ງຕະຫຼອດໄລຍະຜ່ານມາປະຊາຊົນລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະປະຊາຊົນຊາວແຂວງສາລະວັນ, ແຂວງເຊກອງ ມີຄວາມຊາບຊຶ້ງ ແລະຈົດຈຳຈາລຶກບຸນຄຸນຢ່າງບໍ່ມີວັນຫຼົງລືມໄດ້, ມູນເຊື້ອການຮ່ວມມືສໍາພັນສູ້ຮົບລະຫວ່າງສອງຊາດ ລາວ-ຫວຽດນາມ ແມ່ນເປັນສັນຍາລັກທີ່ສະຫວ່າງສະໄຫວ ແລະຢືນຢັນໄດ້ວ່າ: ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ ເຊິ່ງແມ່ນການປະສານສົມທົບທີ່ມີປະສິດທິຜົນສູງເຊິ່ງຜົນງານ  ແລະຄຸນງາມຄວາມດີຂອງບັນດາສະຫາຍພະນັກງານ-ນັກຮົບ ຈະກາຍເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ລູກຫຼານຄົນຮຸ້ນຫຼັງໄດ້ຮໍ່າຮຽນ ແລະສືບທອດເອົາຊົ່ວກາລະນານ.

ຈາກນັ້ນຄະນະຜູ້ແທນທັງສອງຝ່າຍ ແລະພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ວາງພວງມາລາເພື່ອລະນຶກເຖິງຄວາມຮູ້ບຸນຄຸນຂອງພະນັກງານ-ນັກຮົບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມໃນຄັ້ງນີ້ພ້ອມນຳເອົາອັດຖິດັ່ງກ່າວຂຶ້ນສູ່ລົດ ແລະນຳສົ່ງກັບຄືນປະເທດຫວຽດນາມຢ່າງສົມກຽດ.

ໂດຍ: ກິນດາວັນ ອ້ວນນາຄູ