leftcenterrightdel
ພິທີປົງອັດຖິນັກຮົບທີ່ເສຍສະຫຼະຊີວິດຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດແຫ່ງຊາດເນິ່ມ. ພາບ: ເລແອັງເຕິ່ນ.

ໃນລະດູແລ້ງ 2020-2021, ຄະນະປະຕິບັດງານພິເສດ ແລະກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດຂອງແຂວງຮ່າຕິ້ງ ດຳເນີນການຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດໄດ້ 11 ອັດຖິ. ພາຍຫຼັງພິທີໄວ້ອາໄລ,  ການນໍາແຂວງພ້ອມກັບເພື່ອນຮ່ວມກອງໄດ້ຈັດພິທີປົງອັດຖິຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດແຫ່ງຊາດເນິ່ມ.

leftcenterrightdel
ອັດຖິນັກຮົບທີ່ເສຍສະຫຼະຊີວິດໄດ້ປົງຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດບາຢົກ. ພາບ: ເຈິ່ນຢຸງ.

ໃນວັນດຽວກັນ, ຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດບາຢົກ (ເມືອງໂບ໊ແຈກ), ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວ໋າງບິ່ງ ໄດ້ຈັດພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ 16 ອັດຖິ. ໂດຍປະຕິບັດແຜນການທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດລະດູແລ້ງ 2020-2021, ແລະໄດ້ຮັບການຊ່ວຍເຫຼືອຈາກອົງຄະນະພັກ, ກອງທັບ ແລະປະຊາຊົນແຂວງຄຳມ່ວນ (ລາວ), ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ 589, ກອງບັນຊາການທະຫານແຂວງກວ໋າງບິ່ງ ດຳເນີນການຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ໄດ້ 16 ອັດຖິ.

ໂດຍ: ກວຽດເຕິມ