ແຜນຮ່າງທີ່ມີຄວາມໝາຍມະນຸດສາດ

ຕ້ອນຮັບພວກຂ້າພະເຈົ້າ, ທ່ານພົນຈັດຕະວາ, ຮສຈ, ປອ ຫງວຽນຊວນກຽນ, ຫົວໜ້າກົມເສນາຮັກ, ຜູ້ຈັດການແຜນຮ່າງດັ່ງກ່າວ, ແບ່ງປັນວ່າ: “ຄວາມປາດຖະໜາຢາກກໍານົດໄດ້ບ່ອນຝັງສົບ ກໍ່ຄື ຊື່ ແລະນາມສະກຸນຂອງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຍາມໃດກໍແມ່ນຄວາມຄິດລວມຂອງຄອບຄົວຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດນັບແສນຄອບຄົວ. ນັບແຕ່ເມື່ອເລີ່ມຕົ້ນການຄົ້ນ ຄວ້າແຜນຮ່າງ, ມີບາງມື້ກຸ່ມຂອງພວກຂ້າພະເຈົ້າ ເຮັດວຽກຕະຫຼອດ 24/24 ຊົ່ວໂມງດ້ວຍຄວາມປາດຖະໜາຢາກສ້າງໄດ້ຂັ້ນຕອນໜຶ່ງດຽວໂດຍໄວເພື່ອດໍາເນີນການກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນຢ່າງມີປະສິດທິຜົນ. ເວລາ ແລະພຶດຕິກໍາຕົວຈິງຂອງວຽກງານ “ຕອບບຸນແທນຄຸນ” ໄດ້ກະຕຸກຊຸກຍູ້ພວກຂ້າພະເຈົ້າປະຕິບັດວຽກງານນີ້ຢ່າງໄວ...”.

leftcenterrightdel
ກຸ່ມຄົ້ນຄວ້າຫົວເລື່ອງ ປຶກສາຫາລືພ້ອມກັບນັກຊ່ຽວຊານກ່ຽວກັບການວິເຄາະຕົວຢ່າງ ADN. ພາບ: ເຈິ່ນທິທູຖາວ.

ຕາມການສະຖິຕິ, ປັດຈຸບັນທົ່ວປະເທດມີ 850.000 ກວ່າຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດຍັງຂາດຂໍ້ມູນ, ໃນນັ້ນມີ 600.000 ກວ່າຂຸມຝັງສົບຂາດຂໍ້ມູນສ່ວນໜຶ່ງ, 220.000 ກວ່າຂຸມຝັງສົບຂາດຂໍ້ມູນທັງໝົດ ແລະເກືອບ 350 ຂຸມຝັງສົບລວມໝູ່. ດ້ວຍຂໍ້ມູນນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ເກັບຮັກສາໄວ້ເປັນຈໍານວນຫຼວງຫຼາຍ, ແຜນຮ່າງ “ຂັ້ນຕອນກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ” ໄດ້ສ້າງຂຶ້ນດ້ວຍ 2 ເປົ້າໝາຍຫຼັກ ນັ້ນແມ່ນ: ກໍ່ສ້າງປະມວນຂັ້ນຕອນກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ ແລະກໍ່ສ້າງຊ໊ອບແວຄຸ້ມຄອງ, ບໍລິຫານພື້ນຖານຂໍ້ມູນຂອງຂັ້ນຕອນນີ້. ອາດເວົ້າໄດ້ວ່າ, ແຜນຮ່າງດັ່ງກ່າວທັງຮັບປະກັນເລື່ອງ “ຫັນເປັນຂັ້ນຕອນ” ທຸກຂອດຢ່າງແນບນຽນ, ຄົບຊຸດ, ທັງສ້າງຄວາມເປັນເອກະພາບໃນການນຳໃຊ້ພື້ນຖານຂໍ້ມູນຢູ່ບັນດາກົມກອງປະຕິບັດໜ້າທີ່ຄ້າຍຄືກັນ.

ເພື່ອປະຕິບັດສໍາເລັດ 2 ເປົ້າໝາຍດັ່ງກ່າວ, ການນໍາກົມເສນາຮັກໄດ້ຍົກອອກໜ້າທີ່ຫຼັກຂອງແຜນຮ່າງດັ່ງກ່າວລວມມີ 4 ເນື້ອໃນວິທະຍາສາດ ນັ້ນແມ່ນ: ຄົ້ນຄວ້າກໍ່ສ້າງຂັ້ນຕອນເກັບກໍາ ແລະແກ້ໄຂຂໍ້ມູນ “ຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ” ທີ່ຍັງຂາດຂໍ້ມູນ; ຄົ້ນຄວ້າກໍ່ສ້າງຂັ້ນຕອນຂຸດຄົ້ນ ແລະສັນລະສູດຮູບຖານອັດຖິ, ຂັ້ນຕອນເກັບຕົວຢ່າງອັດຖິ ແລະຕົວຢ່າງຍາດຕິພີ່ນ້ອງໃນການກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດ ທີ່ຍັງຂາດຂໍ້ມູນ; ຄົ້ນຄວ້າກໍ່ສ້າງຂັ້ນຕອນວິໄຈ ADN ໃນການກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດທີ່ຍັງຂາດຂໍ້ມູນ; ຄົ້ນຄວ້າກໍ່ສ້າງຂັ້ນຕອນນໍາໃຊ້ຂໍ້ມູນລະບຸຕົວຕົນ ແລະຊ໊ອບແວຄຸ້ມຄອງ, ບໍລິຫານພື້ນຖານຂໍ້ມູນຂອງຂັ້ນຕອນກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຊາດຂໍ້ມູນ.

ສ້າງພື້ນຖານດ້ານນິຕິກໍາເພື່ອໝູນໃຊ້ເປັນເອກະພາບໃນຂອບເຂດທົ່ວປະເທດ

ສະຫາຍພັນໂທ ຫງວຽນເຕິດທໍ້, ນັກຄົ້ນຄວ້າຂອງສະຖາບັນນິຕິເວດສາດກອງທັບ, ສະມາຊິກກຸ່ມປະຕິບັດແຜນຮ່າງ, ແບ່ງປັນວ່າ: ຄວາມຫຍຸ້ງຍາກໃຫຍ່ສຸດນັບແຕ່ກ່ອນມາຮອດປະຈຸບັນແມ່ນແຕ່ລະກົມກອງວິຊາສະເພາະໄດ້ສ້າງຂັ້ນຕອນສະເພາະເອງ, ປັດຈຸບັນບາງຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດຕ້ອງກໍານົດຊື່ ແລະນາມສະກຸນ (ຂໍ້ມູນ, ຂັ້ນຕອນ ADN...) ບໍ່ສາມາດນໍາເຂົ້າເປັນປະມວນພື້ນຖານຂໍ້ມູນເພື່ອນໍາໃຊ້ລວມໄດ້. ຍ້ອນເຫດນັ້ນ, ພະນັກງານ, ພາລະກອນຂອງກົມເສນາຮັກ ໄດ້ມານະພະຍາຍາມປະດິດຄິດສ້າງ, ດ້ວຍທຸກວິທີທາງຕ້ອງຄົ້ນຄວ້າຜັນຂະຫຍາຍໝູນໃຊ້ຫົວເລື່ອງນີ້ໃຫ້ໄດ້.

ພາຍຫຼັງເກືອບ 1 ປີທີ່ມານະພະຍາຍາມເຮັດວຽກ, ຄວາມພະຍາຍາມຂອງຄະນະຮັບຜິດຊອບແຜນຮ່າງໄດ້ຮັບການຕອບແທນ: ປະມວນຂັ້ນຕອນກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນລວມມີ 12 ຂັ້ນຕອນວິຊາການ, ວິຊາສະເພາະ ໄດ້ຮັບການຮັບຮອງ ແລະຕີລາຄາຈາກສະພາວິທະຍາສາດ ແລະເຕັກໂນໂລຢີຂັ້ນກະຊວງປ້ອງກັນປະເທດ ວ່າບັນລຸໝາກຜົນດີເລີດ. ພ້ອມກັນນັ້ນ, ກຸ່ມຄົ້ນຄວ້າຍັງກໍ່ສ້າງຕື່ມປະມວນຊ໊ອບແວຄຸ້ມຄອງ, ບໍລິຫານພື້ນຖານຂໍ້ມູນໃຫ້ແກ່ຂັ້ນຕອນນີ້... 

ທ່ານພົນຈັດຕະວາ, ຮສຈ, ປອ ຫງວຽນຊວນກຽນ ໃຫ້ຮູ້ວ່າ: ຈາກບັນດາຄຸນຄ່າທີ່ແທດຈິງນັ້ນ, ຄະນະຮັບຜິດຊ້ອບແຜນຮ່າງກໍາລັງຕັ້ງໜ້າສະເໜີຕໍ່ກະຊວງປ້ອງກັນປະເທດ ເພື່ອຊີ້ນໍາ, ຜັນຂະຫຍາຍແຜນນະໂຍບາຍເພື່ອປະກາດໃຊ້ຂັ້ນຕອນດັ່ງກ່າວໂດຍໄວ, ແນໃສ່ສ້າງຂອບນິຕິກໍານໍາໃຊ້ເປັນເອກະພາບ ແລະມີປະສິດທິຜົນໃນຂອບເຂດທົ່ວປະເທດ.

ໂດຍ: ໄຊຊະນະ