ຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນເຫວ້, ແຂວງເທື່ອທຽນ-ເຫວ້ ໄດ້ຈັດພິທີໄຫວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຈໍານວນ 15 ອັດຖິ ເຊິ່ງກອງທ້ອນໂຮມອັດຖິ 192 ຊອກຂຸດຄົ້ນໄດ້ຢູ່ 2 ແຂວງສາລະວັນ ແລະ ເຊກອງ.

leftcenterrightdel
ການນໍາຫ້ອງວ່າການຄະນະຊີ້ນໍາ 515 ລະດັບຊາດ ແລະແຂວງເທື່ອທຽນ-ເຫວ້ ສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຄືນສູ່ຖີ່ນກຳເນີດ. ພາບ: ດຶກຢູກ.

ທີ່ພິທີ, ບັນດາຜູ້ແທນໄດ້ຖະຫວາຍດອກໄມ້, ຖະຫວາຍທູບທຽນອາໄລຫາຕໍ່ດວງວິນຍານບັນດານັກຮົບວິລະຊົນ; ພ້ອມທັງຢັ້ງຢືນວ່າ: ໄວໜຸ່ມຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລໍາບາກນາໆປະການໃນຊຸມປີເດືອນສົງຄາມ. ເລືອດຂອງພວກອ້າຍ, ພວກເອື້ອຍໄດ້ທຸ່ມເທລົງເພື່ອໃຫ້ປະຊາຊົນສອງປະເທດຫວຽດນາມ -ລາວ ໄດ້ດໍາລົງຊີວິດໃນສັນຕິພາບ, ຄຽງບ່າຄຽງໄຫຼ່ກັນສ້າງສາປະເທດໃຫ້ນັບມື້ນັບພັດທະນາ; ວິລະກໍາອັນສະຫງ່າອົງອາດຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຍັງຍືນຍົງຄົງຕົວພ້ອມກັບສອງຊາດຫວຽດນາມ - ລາວ ຕະຫຼອດໄປ.

ໃນຕອນບ່າຍວັນດຽວກັນ, ຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບາຢົ໊ກ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງ ກວ໋າງບິ່ງ ໄດ້ຈັດພິທີໄຫວ້ອາໄລ ແລະປົງ 31 ອັດຖິ, ໃນນັ້ນມີ 26 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ແຂວງຄໍາມ່ວນ; ສ່ວນທີ່ຍັງເຫຼືອແມ່ນຊອກຄົ້ນໄດ້ຢູ່ພາຍໃນປະເທດ.

ທີ່ພິທີ, ການນໍາແຂວງກວ໋າງບິ່ງ ໄດ້ຍ້ອງຍໍຊົມເຊີຍພະນັກງານ, ພາລະກອນກອງທ້ອນໂຮມອັດຖິ 589 ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກລໍາບາກນາໆປະການ, ໂດຍສະເພາະແມ່ນພະຍາດໂຄວິດ-19 ເພື່ອບັນລຸໄດ້ກວ່າ 170% ແຜນການທີ່ວາງອອກ; ພ້ອມທັງສະແດງຄວາມຂອບໃຈມາຍັງການນໍາ, ອໍານາດການປົກຄອງ ແລະປະຊາຊົນລາວ ທີ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອກອງທ້ອນໂຮມປະຕິບັດສໍາເລັດໜ້າທີ່ໃນລະດູແລ້ງສົກປີ 2019-2020.

ໂດຍ: ໄຊຊະນະ