leftcenterrightdel
ພິທີໄຫວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ. ພາບ: ຊວນຢ້ຽນ.

ແຕ່ເດືອນ ຕຸລາ ປີ 2019 ມາຮອດປັດຈຸບັນ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກອງບັນຊາການທະຫານແຂວງກວ້າງຈິ ໄດ້ມານະພະຍາຍາມດໍາເນີນການສໍາຫຼວດ, ຊອກຫາ ແລະຂຸດຄົ້ນໃນບໍລິເວນແຂວງສະຫວັນນະເຂດ ໄດ້ທັງໝົດ 16 ອັດຖິ ແລະຂຸມປົງສົບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວຫຼາຍຄົນ. ຈໍານວນອັດຖິດັ່ງກ່າວຍັງບໍ່ທັນຢັ້ງຢືນໄດ້ຊື່, ນາມສະກຸນ ແລະກົມກອງ. ພາຍຫຼັງພິທີໄຫວ້ອາໄລ, ບັນດາອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ຈະໄດ້ປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9.

ໂດຍ: ໄຊຊະນະ