leftcenterrightdel
ພະນັກງານ, ນັກຮົບກອງທ້ອນໂຮມອັດຖິ 192 ເຄື່ອນຍ້າຍອັດຖິດັ່ງກ່າວເຂົ້າຫໍມູນເຊື້ອຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນເຫວ້. ພາບ: ກວາງດ້າວ.

ນີ້ແມ່ນບັນດາອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເຊິ່ງພະນັກງານ, ນັກຮົບກອງ 192 ສາມາດຊອກຂຸດຄົ້ນ ແລະທ້ອນໂຮມໄດ້ໃນລະດູແລ້ງສົກປີ 2019-2020.

ໃນລະດູແລ້ງສົກປີ 2019-2020, ກອງ 192 ເຊິ່ງມີພະນັກງານ, ນັກຮົບທັງໝົດ 30 ຄົນໄດ້ຮັບໜ້າທີ່ຊອກຫາ,  ຂຸດຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນເມື່ອປະເທດ. ໃນໄລຍະກວ່າ  6 ເດືອນທີ່ຈັດຕັ້ງປະຕິບັດການຊອກຫາ, ຂຸດຄົ້ນຢູ່ໃນດິນແດນປະເທດລາວ, ກອງ 192 ສາມາດຊອກຂຸດຄົ້ນ ແລະທ້ອນໂຮມໄດ້ທັງໝົດ 15 ອັດຖິ ເຊິ່ງຈໍານວນອັດຖິດັ່ງກ່າວນັ້ນຍັງບໍ່ໄດ້ຢັ້ງຢືນຊື່ ແລະນາມສະກຸນເທື່ອ.

ຕາມແຜນການ, ຕອນເຊົ້າວັນທີ 6 ພຶດສະພາ, ແຂວງເທື່ອທຽນ-ເຫວ້ ຈະຈັດພິທີໄຫວ້ອາໄລ ແລະປົງອັດຖິດັ່ງກ່າວ.

ໂດຍ: ໄຊຊະນະ