ນີ້ແມ່ນອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ຢູ່ປະເທດເພື່ອນມິດໃນປາງສົງຄາມ ເຊິ່ງກອງ K53 ຂອງກອງບັນຊາການທະຫານແຂວງກອນຕຸມ ໄດ້ຊອກຄົ້ນ, ຂຸດເອົາ ແລະຈັດສົ່ງກັບຄືນປະເທດໃນລະດູແລ້ງ 2019-2020.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີໄວ້ອາໄລຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເມືອງຫງອກໂຮ່ຍ. ພາບ: ຈູງກຽນ.

ໃນຈຳນວນ 21 ອັດຖິດັ່ງກ່າວ, ມີ 16 ອັດຖິແມ່ນຊອກເຫັນຢູ່ບໍລິເວນເມືອງ Ta Veang, ແຂວງ Rattanakiri (ລາຊະອານາຈັກກໍາປູເຈຍ); ສ່ວນ 5 ອັດຖິທີ່ຍັງເຫຼືອແມ່ນໄດ້ທ້ອນໂຮມຢູ່ບໍລິເວນ 3 ແຂວງພາກໃຕ້ຂອງປະເທດລາວ ແມ່ນ ເຊກອງ, ອັດຕະປຶ, ຈໍາປາສັກ. 21 ອັດຖິດັ່ງກ່າວ ລ້ວນແຕ່ບໍ່ທັນກໍານົດໄດ້ຊື່ ແລະນາມສະກຸນ, ກົມກອງ ແລະບ້ານເກີດເມືອງນອນໄດ້ເທື່ອ.

ໂດຍ: ເຈິ່ນຮວ່ຽນ